ກະສັດ
ໜັງສືສອງເຫລັ້ມໃນພຣະຄຳພີເດີມ. ໜັງສືທັງສອງເຫລັ້ມນີ້ເລົ່າປະຫວັດສາດຂອງຊາວອິດສະຣາເອນນັບຈາກການກະບົດຂອງອາໂດນີຢາ, ລູກຊາຍຄົນທີສີ່ຂອງກະສັດດາວິດ (ປະມານ 1015 ປີ ກ່ອນ ຄ.ສ.), ເຖິງຕອນການຈັບໄປເປັນຊະເລີຍເທື່ອສຸດທ້າຍຂອງຢູດາ (ປະມານ 586 ປີ ກ່ອນ ຄ.ສ.). ໜັງສືທັງສອງບັນຈຸປະຫວັດສາດທັງໝົດຂອງອານາຈັກພາກເໜືອ (ສິບເຜົ່າຂອງອິດສະຣາເອນ) ນັບແຕ່ຕອນແຍກອອກຈາກກັນຈົນເຖິງຊາວອັດຊີເຣຍໄດ້ເອົາພວກເຂົາໄປເປັນຊະເລີຍຢູ່ປະເທດທາງພາກເໜືອ. ເບິ່ງ ລຳດັບປະຫວັດສາດ ໃນພາກຫ້ອຍທ້າຍ ນຳອີກ.
ກະສັດທີໜຶ່ງ
ບົດທີ 1 ບັນຍາຍວັນເວລາສຸດທ້າຍຂອງຊີວິດຂອງກະສັດດາວິດ. ບົດທີ 2–11 ບັນທຶກກ່ຽວກັບຊີວິດຂອງໂຊໂລໂມນ. ບົດທີ 12–16 ບອກເຖິງຜູ້ຂຶ້ນແທນໂຊໂລໂມນ, ເຣໂຮໂບອາມ ແລະ ເຢໂຣໂບອາມ. ເຢໂຣໂບອາມເປັນຜູ້ເຮັດໃຫ້ເກີດການແບ່ງແຍກອານາຈັກຂອງອິດສະຣາເອນ. ກະສັດອົງອື່ນໆກໍໄດ້ຖືກກ່າວເຖິງ. ບົດທີ 17–21 ບັນທຶກພາກສ່ວນໜຶ່ງຂອງການປະຕິບັດສາດສະໜາກິດຂອງເອລີຢາ ຕອນເພິ່ນໄດ້ຕັກເຕືອນອາຮາບ, ກະສັດຂອງອິດສະຣາເອນ. ບົດທີ 22 ບັນທຶກສົງຄາມກັບຊີເຣຍ ຊຶ່ງໃນສົງຄາມນີ້ ອາຮາບ ແລະ ເຢໂຮຊາຟັດ, ກະສັດຂອງຢູດາ, ໄດ້ລວມກຳລັງເຂົ້າກັນ. ສາດສະດາມີກາອີຢາໄດ້ທຳນາຍຕໍ່ຕ້ານກະສັດ.
ກະສັດທີສອງ
ບົດທີ 1:1–2:11 ເລົ່າຊີວິດຂອງເອລີຢາຕໍ່, ລວມທັງການຂຶ້ນໄປສະຫວັນຂອງເອລີຢາໃນລົດມ້າທີ່ເປັນໄຟ. ບົດທີ 2–9 ກ່າວເຖິງການປະຕິບັດສາດສະໜາກິດດ້ວຍສັດທາ ແລະ ອຳນາດອັນຍິ່ງໃຫຍ່ຂອງເອລີຊາ. ບົດທີ 10 ບອກກ່ຽວກັບເຢຮູ, ກະສັດ, ແລະ ເຖິງວິທີທີ່ເພິ່ນໄດ້ທຳລາຍຄອບຄົວຂອງອາຮາບ ແລະ ປະໂລຫິດຂອງພຣະບາອານ. ບົດທີ 11–13 ບັນທຶກການປົກຄອງທີ່ຊອບທຳຂອງໂຢອາດ ແລະ ການຕາຍ ຂອງເອລີຊາ. ບົດທີ 14–17 ບອກເຖິງກະສັດອົງຕ່າງໆຜູ້ໄດ້ປົກຄອງໃນອິດສະຣາເອນ ແລະ ຢູດາ, ສ່ວນຫລາຍໃນຄວາມຊົ່ວຮ້າຍ. ບົດທີ 15 ບັນທຶກການທີ່ອັດຊີເຣຍຍຶດຄອງສິບສອງເຜົ່າຂອງອິດສະຣາເອນ. ບົດທີ 18–20 ບັນທຶກເຖິງຊີວິດທີ່ຊອບທຳຂອງເຮເຊກີຢາ, ກະສັດຂອງຢູດາ, ແລະ ສາດສະດາເອຊາຢາ. ບົດທີ 21–23 ບອກກ່ຽວກັບກະສັດມານາເຊ ແລະ ໂຢຊີຢາ. ຕາມທີ່ບອກເລົ່າກັນມາ, ມານາເຊ ເປັນຜູ້ຮັບຜິດຊອບຕໍ່ການຕາຍຍ້ອນຄວາມເຊື່ອຂອງເອຊາຢາ. ໂຢຊີຢາໄດ້ເປັນກະສັດທີ່ຊອບທຳ ຜູ້ໄດ້ສະຖາປະນາກົດໝາຍຄືນໃໝ່ໃນບັນດາຊາວຢິວ. ບົດທີ 24–25 ບັນທຶກການຈັບໄປເປັນຊະເລີຍຂອງຊາວບາບີໂລນ.