ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ຄຸນ


ພຣະ​ຄຸນ

ອຳ​ນາດ​ທີ່​ເຮັດ​ໃຫ້​ສາ​ມາດ​ຈາກ​ພຣະ​ເຈົ້າ​ທີ່​ອະ​ນຸ​ຍາດ​ໃຫ້​ຊາຍ ແລະ ຍິງ ເພື່ອ​ຮັບ​ເອົາ​ພອນ​ໃນ​ຊີ​ວິດ​ນີ້ ແລະ ເພື່ອ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ສູງ​ສົ່ງ​ຫລັງ​ຈາກ​ເຂົາ​ເຈົ້າ​ໃຊ້​ສັດ​ທາ, ໄດ້​ກັບ​ໃຈ, ແລະ ໄດ້​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ. ຄວາມ​ຊ່ວຍ​ເຫລືອ ຫລື ພະ​ລັງ​ຈາກ​ສະ​ຫວັນ​ເຊັ່ນ​ນັ້ນ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ທຸກ​ຄົນ​ທີ່​ເປັນ​ມະ​ຕະ​ຕ້ອງ​ການ​ພຣະ​ຄຸນ​ຈາກ​ສະ​ຫວັນ ເພາະ​ການ​ຕົກ​ຂອງ​ອາ​ດາມ ແລະ ເພາະ​ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ​ນຳ​ອີກ.

ພິມ