ສະອາດ ແລະ ບໍ່ສະອາດ
ໃນພຣະຄຳພີເດີມ, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຕໍ່ໂມເຊ ແລະ ຊາວອິດສະຣາເອນໃນສະໄໝບູຮານວ່າ ອາຫານສະເພາະບາງຢ່າງເທົ່ານັ້ນທີ່ຖືວ່າສະອາດ ຫລື, ອີກຄຳໜຶ່ງ, ເໝາະສົມທີ່ຈະບໍລິໂພກ. ຄວາມແຕກຕ່າງຂອງອາຫານທີ່ຊາວອິດສະຣາເອນນັບຖືວ່າສະອາດ ແລະ ບໍ່ສະອາດ ມີຄວາມສຳຄັນຫລາຍໃນຊີວິດຂອງເຂົາເຈົ້າທາງສາດສະໜາ ແລະ ທາງສັງຄົມ. ສັດສາວາສິ່ງ, ນົກ, ແລະ ປາບາງຊະນິດຖືກນັບວ່າ ສະອາດ ແລະ ເໝາະສົມທີ່ຈະບໍລິໂພກ, ສ່ວນສັດທີ່ບໍ່ສະອາດນັ້ນ ເຂົາເຈົ້າຖືກສັ່ງຫ້າມບໍ່ໃຫ້ບໍລິໂພກ (ລລວ 11; ພບຍ 14:3–20). ຜູ້ຄົນທີ່ເປັນພະຍາດກໍຖືວ່າເປັນສິ່ງທີ່ບໍ່ສະອາດຄືກັນ.
ໃນຄວາມຮູ້ສຶກທາງວິນຍານ, ສະອາດໝາຍເຖິງການເປັນອິດສະລະຈາກບາບ ແລະ ຄວາມປາດຖະໜາທີ່ເປັນບາບ. ໃນຄວາມຮູ້ສຶກນີ້ ຖ້ອຍຄຳນີ້ຈຶ່ງຖືກໃຊ້ເພື່ອບັນລະຍາຍເຖິງບຸກຄົນທີ່ມີຄຸນນະທຳ ແລະ ຫົວໃຈທີ່ບໍລິສຸດ (ພສສ 24:4). ຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າໄດ້ຮັບຄຳແນະນຳພິເສດສະເໝີໃຫ້ເປັນຄົນສະອາດ (3 ນຟ 20:41; ຄພ 38:42; 133:5).