ສິ່ງ​ຊ່ວຍ​ສຶກ​ສາ
ຟາ​ຣີ​ຊາຍ


ຟາ​ຣີ​ຊາຍ

ໃນ​ພຣະ​ຄຳ​ພີ​ໃໝ່, ກຸ່ມ​ສາດ​ສະ​ໜາ​ໃນ​ບັນ​ດາ​ຊາວ​ຢິວ ຊຶ່ງ​ຊື່​ນີ້​ບອກ​ເຖິງ​ການ​ຢູ່​ຫ່າງ ຫລື ແຍກ​ຕົວ. ພວກ​ຟາ​ຣີ​ຊາຍ​ພູມ​ໃຈ​ກັບ​ຕົນ​ເອງ​ຫລາຍ ເລື່ອງ​ການ​ຮັກ​ສາ​ກົດ​ຂອງ​ໂມ​ເຊ​ຢ່າງ​ເຄັ່ງ​ຄັດ ແລະ ຫລີກ​ເວັ້ນ​ຈາກ​ການ​ສຳ​ພັນ​ກັບ​ຄົນ​ຕ່າງ​ຊາດ. ພວກ​ເຂົາ​ເຊື່ອ​ໃນ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ, ການ​ຟື້ນ​ຄືນ​ຊີ​ວິດ, ແລະ ການ​ເປັນ​ຢູ່​ຂອງ​ເຫລົ່າ​ທູດ ແລະ ວິນ​ຍານ. ພວກ​ເຂົາ​ເຊື່ອ​ວ່າ ກົດ​ທາງ​ວາ​ຈາ ແລະ ຮີດ​ຄອງ​ປະ​ເພ​ນີ​ກໍ​ມີ​ຄວາມ​ສຳ​ຄັນ​ເທົ່າໆ​ກັບ​ກົດ​ທີ່​ມີ​ຂຽນ​ໄວ້. ຄຳ​ສອນ​ຂອງ​ພວກ​ເຂົາ​ໄດ້​ຜ່ອນ​ຜັນ​ສາດ​ສະ​ໜາ​ລົງ​ມາ​ເປັນ​ການ​ຮັກ​ສາ​ກົດ ແລະ ຊຸກ​ຍູ້​ຄວາມ​ຈອງ​ຫອງ​ທາງ​ວິນ​ຍານ. ພວກ​ເຂົາ​ເຮັດ​ໃຫ້​ຊາວ​ຢິວ​ຫລາຍ​ຄົນ​ເກີດ​ຄວາມ​ສົງ​ໄສ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ນາມ​ພວກ​ຟາ​ຣີ​ຊາຍ ແລະ ວຽກ​ງານ​ຂອງ​ພວກ​ເຂົາ ໃນ ມັດ​ທາຍ 23; ມາ​ຣະ​ໂກ 7:1–23; ແລະ ລູ​ກາ 11:37–44.

ພິມ