ສິ່ງ​ຊ່ວຍ​ສຶກ​ສາ
ຢາ​ໂຄບ, ລູກ​ຊາຍ​ຂອງ​ລີ​ໄຮ


ຢາ​ໂຄບ, ລູກ​ຊາຍ​ຂອງ​ລີ​ໄຮ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແລະ ເປັນ​ຜູ້​ຂຽນ​ຄຳ​ເທດ​ສະ​ໜາ​ຫລາຍ​ບົດ​ຢູ່​ໃນ​ໜັງ​ສື 2 ນີ​ໄຟ ແລະ ຢາ​ໂຄບ (2 ນຟ 6–11; ຢຄ 1–7).

ໜັງ​ສື​ຢາ​ໂຄບ

ໜັງ​ສື​ເຫລັ້ມ​ທີ​ສາມ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ບົດ​ທີ 1 ບອກ​ວ່າ ນີ​ໄຟ​ໄດ້​ມອບ​ແຜ່ນ​ຈາ​ລຶກ​ໃຫ້​ແກ່​ຢາ​ໂຄບ ແລະ ຈາກ​ນັ້ນ​ໄດ້​ແຕ່ງ​ຕັ້ງ ຢາ​ໂຄບ ແລະ ໂຢ​ເຊັບ ນ້ອງ​ຊາຍ​ຂອງ​ເພິ່ນ​ໃຫ້​ເປັນ​ປະ​ໂລ​ຫິດ ແລະ ຄູ​ສອນ​ຜູ້​ຄົນ. ບົດ​ທີ 2–4 ຄຳ​ເທດ​ສະ​ໜາ​ແນະ​ນຳ​ຜູ້​ຄົນ​ໃຫ້​ມີ​ຄວາມ​ສະ​ອາດ​ທາງ​ສິນ​ທຳ. ຢາ​ໂຄບ​ຍັງ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ​ພຣະ​ຜູ້​ໄຖ່, ແລະ ເພິ່ນ​ໄດ້​ໃຫ້​ເຫດ​ຜົນ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຊາວ​ອິດ​ສະ​ຣາ​ເອນ​ບາງ​ຄົນ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະ​ອົງ ແລະ ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ. ບົດ​ທີ 5–6 ບັນ​ຈຸ​ປະ​ຈັກ​ພະ​ຍານ​ຂອງ​ຢາ​ໂຄບ ແລະ ໄດ້​ທຳ​ນາຍ​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ພາ​ລະ​ກິດ​ຂອງ​ຜູ້​ຄົນ​ຂອງ​ອິດ​ສະ​ຣາ​ເອນ. ບົດ​ທີ 7 ບັນ​ຈຸ​ເລື່ອງ​ລາວ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່ ເຊ​ເຣັມ ທີ່​ກະ​ບົດ, ຜູ້​ໄດ້​ຖືກ​ເອົາ​ຊະ​ນະ​ໃຈ​ໂດຍ​ປະ​ຈັກ​ພະ​ຍານ​ຂອງ​ຢາ​ໂຄບ.

ພິມ