ສິ່ງ​ຊ່ວຍ​ສຶກ​ສາ
ຄຸກ​ລີເບີຕີ, ລັດ​ມີ​ເຊີຣີ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ)


ຄຸກ​ລີເບີຕີ, ລັດ​ມີ​ເຊີຣີ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ)

ຄຸກ​ນ້ອຍ​ແຫ່ງ​ໜຶ່ງ​ບ່ອນ​ທີ່​ສາດ​ສະ​ດາ​ໂຈເຊັບ ສະມິດ ແລະ ຄົນ​ອື່ນໆ​ໄດ້​ຖືກ​ຂັງ​ໄວ້​ໃນ​ນັ້ນ​ຢ່າງ​ບໍ່​ຍຸດ​ຕິ​ທຳ ຈາກ​ເດືອນ​ພະຈິກ ປີ 1838 ເຖິງ ເດືອນ​ເມສາ ປີ 1839. ໃນ​ຂະນະ​ທີ່​ຕົກ​ຢູ່​ໃນ​ສະພາບ​ການ​ທີ່​ທຸກ​ຍາກ​ລຳ​ບາກ​ນັ້ນ, ໂຈເຊັບ​ໄດ້​ຮັບ​ການ​ເປີດ​ເຜີຍ​ບາງ​ຢ່າງ​ໂດຍ​ສະ​ເພາະ, ໄດ້​ທຳ​ນາຍ, ແລະ ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຂຽນ​ຈົດ​ໝາຍ​ທີ່​ສຳ​ຄັນ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຖ້ອຍ​ຄຳ​ທີ່​ຂັດ​ເລືອກ​ອອກ​ມາ​ໄດ້​ຖືກ​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນທະ​ສັນ​ຍາ 121–123.

ພິມ