ສິ່ງ​ຊ່ວຍ​ສຶກ​ສາ
ເບັດ​ເອນ


ເບັດ​ເອນ

ໃນ​ພາ​ສາ​ເຮັບ​ເຣີ, ໝາຍ​ເຖິງ “ບ້ານ​ຂອງ​ພຣະ​ເຈົ້າ” ແລະ ເປັນ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ທີ່​ສັກ​ສິດ​ທີ່​ສຸດ​ໃນ​ອິດ​ສະ​ຣາ​ເອນ. ມັນ​ຕັ້ງ​ຢູ່​ທາງ​ເໜືອ​ຂອງ​ເຢ​ຣູ​ຊາ​ເລັມ​ປະ​ມານ​ສິບ​ໄມ (ສິບ​ຫົກ ກິ​ໂລ​ແມັດ) ທາງ​ເໜືອ​ຂອງ​ເຢ​ຣູ​ຊາ​ເລັມ. ຢູ່​ທີ່​ນີ້​ອັບ​ຣາ​ຮາມ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຂຶ້ນ​ເມື່ອ​ເພິ່ນ​ໄປ​ເຖິງ​ກາ​ນາ​ອານ​ເປັນ​ເທື່ອ​ທຳ​ອິດ (ປຖກ 12:8; 13:3). ຢູ່​ທີ່​ນີ້​ຢາ​ໂຄບ​ໄດ້​ເຫັນ​ພາບ​ນິ​ມິດ​ເປັນ​ຂັ້ນ​ໄດ​ຂຶ້ນ​ໄປ​ເຖິງ​ຟ້າ​ສະ​ຫວັນ (ປຖກ 28:10–19). ມັນ​ຍັງ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ໃນ​ວັນ​ເວ​ລາ​ຂອງ​ຊາ​ມູ​ເອນ​ນຳ​ອີກ (1 ຊມອ 7:16; 10:3).

ພິມ