ນີໄຟ, ລູກຊາຍຂອງນີໄຟ, ລູກຊາຍຂອງຮີລາມັນ
ສານຸສິດຄົນໜຶ່ງໃນສິບສອງຄົນ ຊຶ່ງພຣະເຢຊູຄຣິດທີ່ໄດ້ຟື້ນຄືນພຣະຊົນ ເລືອກໄວ້ ໃນພຣະຄຳພີມໍມອນ (3 ນຟ 1:2–3; 19:4). ສາດສະດາຜູ້ນີ້ໄດ້ອະທິຖານຢ່າງແຮງກ້າຫາພຣະຜູ້ເປັນເຈົ້າ ແທນຜູ້ຄົນຂອງເພິ່ນ. ນີໄຟ ໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ (3 ນຟ 1:11–14). ທູດກໍໄດ້ມາຢ້ຽມຢາມນີໄຟຄືກັນ, ເພິ່ນໄດ້ໄລ່ຜີມານອອກໄປ, ໄດ້ນຳນ້ອງຊາຍຂອງເພິ່ນຄືນມາມີຊີວິດ, ແລະ ໄດ້ສະແດງປະຈັກພະຍານທີ່ບໍ່ສາມາດປະຕິເສດໄດ້ (3 ນຟ 7:15–19; 19:4). ນີໄຟໄດ້ຮັກສາບັນທຶກພຣະຄຳພີ (3 ນຟ 1:2–3).
ໜັງສືນີໄຟສະບັບທີສາມ
ໜັງສືທີ່ຂຽນໂດຍນີໄຟ, ລູກຊາຍຂອງນີໄຟ, ໃນພຣະຄຳພີມໍມອນ. ບົດທີ 1–10 ສະແດງໃຫ້ເຫັນຄຳທຳນາຍທີ່ໄດ້ເກີດເປັນຈິງກ່ຽວກັບການສະເດັດມາຂອງພຣະຜູ້ເປັນເຈົ້າ. ເຄື່ອງໝາຍກ່ຽວກັບການກຳເນີດຂອງພຣະຄຣິດ ໄດ້ຖືກບອກໄວ້; ຜູ້ຄົນໄດ້ກັບໃຈ; ແຕ່ຈາກນັ້ນພວກເຂົາໄດ້ຫັນໄປເປັນຄົນຊົ່ວ. ໃນທີ່ສຸດ ພະຍຸຝົນຟ້າຄະນອງ, ແຜ່ນດິນໄຫວ, ຝົນຕົກຟ້າລົມທີ່ໂຫດຮ້າຍ, ແລະ ຄວາມພິນາດອັນຍິ່ງໃຫຍ່ ໄດ້ເປັນເຄື່ອງໝາຍເຖິງການສິ້ນພຣະຊົນຂອງພຣະຄຣິດ. ບົດທີ 11–28 ບັນທຶກເຖິງການສະເດັດມາອາເມຣິກາຂອງພຣະຄຣິດ. ນີ້ຄືພາກສ່ວນສຳຄັນຂອງໜັງສືນີໄຟສະບັບທີສາມ. ພຣະຄຳຂອງພຣະຄຣິດຫລາຍຄຳ ແມ່ນຄ້າຍຄືກັນກັບຄຳເທດສະໜາຂອງພຣະອົງ ທີ່ມີບັນທຶກໄວ້ຢູ່ໃນພຣະຄຣິສຕະທຳຄຳພີ (ຍົກຕົວຢ່າງ, ມທ 5–7 ແລະ 3 ນຟ 12–14). ບົດທີ 29–30 ແມ່ນຄຳຂອງມໍມອນຕໍ່ປະຊາຊາດຍຸກສຸດທ້າຍ.
ໜັງສືນີໄຟສະບັບທີສີ່
ໜັງສືເຫລັ້ມນີ້ມີພຽງແຕ່ສີ່ສິບເກົ້າຂໍ້, ທັງໝົດຢູ່ໃນບົດດຽວ, ແຕ່ມັນລວມເຖິງສາມຮ້ອຍປີຂອງປະຫວັດສາດຂອງຊາວນີໄຟ (ຄ.ສ. 34–321). ຜູ້ຂຽນຫລາຍລຸ້ນຄົນ, ລວມທັງນີໄຟ, ໄດ້ຊ່ວຍຂຽນເລື່ອງລາວໃສ່ໃນບັນທຶກນີ້ ຂໍ້ 1–19 ບອກວ່າຫລັງຈາກທີ່ພຣະຄຣິດທີ່ໄດ້ຟື້ນຄືນພຣະຊົນ ໄດ້ໄປຢ້ຽມຢາມ, ຊາວນີໄຟ ແລະ ຊາວເລມັນໄດ້ປ່ຽນໃຈເຫລື້ອມໃສພຣະກິດຕິຄຸນ. ສັນຕິສຸກ, ຄວາມຮັກ, ແລະ ຄວາມຖືກຕ້ອງປອງດອງມີຢູ່ທົ່ວໄປ. ສານຸສິດຊາວນີໄຟສາມຄົນ, ຜູ້ຊຶ່ງພຣະຄຣິດໄດ້ອະນຸຍາດໃຫ້ມີຊີວິດຢູ່ຕໍ່ໄປເທິງແຜ່ນດິນໂລກ ຈົນເຖິງການສະເດັດມາຄັ້ງທີສອງຂອງພຣະອົງ (3 ນຟ 28:4–9), ໄດ້ປະຕິບັດຕໍ່ຜູ້ຄົນ. ນີໄຟໄດ້ປະບັນທຶກໄວ້ນຳອາໂມດ ລູກຊາຍຂອງເພິ່ນ. ຂໍ້ 19–47 ແມ່ນບັນທຶກການປະຕິບັດສາດສະໜາກິດຂອງອາໂມ (84 ປີ) ແລະ ກ່ຽວກັບອາໂມ ລູກຊາຍຂອງເພິ່ນ (112 ປີ). ໃນ ຄ.ສ. 201, ຄວາມຈອງຫອງໄດ້ເລີ່ມຕົ້ນສ້າງບັນຫາໃນບັນດາຜູ້ຄົນ, ຜູ້ໄດ້ແຍກຊັ້ນວັນນະ ແລະ ເລີ່ມຕົ້ນສາດສະໜາຈັກປອມຂຶ້ນ ເພື່ອຫາລາຍໄດ້ (4 ນຟ 1:24–34).
ຂໍ້ສຸດທ້າຍຂອງໜັງສືນີໄຟສະບັບທີສີ່ສະແດງວ່າ ຜູ້ຄົນໄດ້ຫັນໄປເຮັດຄວາມຊົ່ວຮ້າຍອີກ (4 ນຟ 1:35–49). ໃນ ຄ.ສ. 305, ອາໂມ ລູກຊາຍຂອງອາໂມໄດ້ຕາຍໄປ ແລະ ນ້ອງຊາຍຂອງລາວຊື່ອາມມາຣອນ ໄດ້ເຊື່ອງແຜ່ນຈາລຶກທັງໝົດໄວ້ເພື່ອຄວາມປອດໄພ. ຕໍ່ມາອາມມາຣອນໄດ້ມອບບັນທຶກໃຫ້ແກ່ມໍມອນ, ຜູ້ໄດ້ບັນທຶກເຫດການຕ່າງໆທີ່ເກີດຂຶ້ນໃນວັນເວລາຂອງເພິ່ນໄວ້ ແລະ ຈາກນັ້ນໄດ້ຫຍໍ້ມັນເຂົ້າກັນ (ມມ 1:2–4).