ສິ່ງ​ຊ່ວຍ​ສຶກ​ສາ
ອາ​ມາ​ເຄ​ໂດນ


ອາ​ມາ​ເຄ​ໂດນ

ຊື່ ອາ​ມາ​ເຄ​ໂດນ ມີ​ກົກ​ເຄົ້າ​ມາ​ຈາກ​ພາ​ສາ​ເຮັບ​ເຣີ ຮາ ເມ​ກິດ​ໂດ, ໝາຍ​ຄວາມ​ວ່າ “ພູ​ເມ​ກິດ​ໂດ.” ຮ່ອມ​ພູ​ເມ​ກິດ​ໂດ​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ທົ່ງ​ພຽງ​ເອ​ສະ​ດາ​ອີ​ໂລນ, ຫ້າ​ສິບ ໄມ (ແປດ​ສິບ ກິ​ໂລ​ແມັດ) ຢູ່​ທາງ​ເໜືອ​ຂອງ​ເຢ​ຣູ​ຊາ​ເລັມ, ແລະ ແມ່ນ​ສະ​ຖານ​ທີ່​ສູ້​ຮົບ​ທີ່​ສຳ​ຄັນ​ຫລາຍ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ. ການ​ສູ້​ຮົບ​ທີ່​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ​ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ຖືກ​ເອີ້ນ​ວ່າ ການ​ສູ້​ຮົບ​ອາ​ມາ​ເຄ​ໂດນ ເພາະ​ວ່າ​ມັນ​ຈະ​ເລີ່ມ​ຕົ້ນ​ໃນ​ສະ​ຖານ​ທີ່​ແຫ່ງ​ດຽວ​ກັນ​ນີ້. (ອຊກ 39:11; ຊກຢ 12–14, ໂດຍ​ສະ​ເພາະ 12:11; ພນມ 16:14–21.)

ພິມ