ສະມາຊິກອົງທີສາມໃນຝ່າຍພຣະເຈົ້າ (1 ຢຮ 5:7; ຄພ 20:28). ພຣະອົງມີພຣະກາຍທີ່ເປັນພຣະວິນຍານ, ບໍ່ມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ (ຄພ 130:22). ພຣະວິນຍານບໍລິສຸດມັກຖືກກ່າວເຖິງວ່າເປັນພຣະວິນຍານ, ຫລື ພຣະວິນຍານຂອງພຣະເຈົ້າ.
ພຣະວິນຍານບໍລິສຸດປະຕິບັດບົດບາດຫລາຍຢ່າງທີ່ສຳຄັນໃນແຜນແຫ່ງຄວາມລອດ. (1) ພຣະອົງເປັນພະຍານເຖິງພຣະບິດາ ແລະ ພຣະບຸດ (1 ກຣທ 12:3; 3 ນຟ 28:11; ອທ 12:41). (2) ພຣະອົງເປີດເຜີຍຄວາມຈິງຂອງທຸກເລື່ອງ (ຢຮ 14:26; 16:13; ມຣນ 10:5; ຄພ 39:6). (3) ພຣະອົງຊຳລະລ້າງຜູ້ໄດ້ກັບໃຈ ແລະ ຮັບບັບຕິສະມາ (ຢຮ 3:5; 3 ນຟ 27:20; ມຊ 6:64–68). (4) ພຣະອົງເປັນພຣະວິນຍານສັກສິດແຫ່ງຄຳສັນຍາ (ຄພ 76:50–53; 132:7, 18–19, 26).
ອຳນາດຂອງພຣະວິນຍານບໍລິສຸດສາມາດມາເຖິງບຸກຄົນໄດ້ກ່ອນຮັບບັບຕິສະມາ ແລະ ເປັນພະຍານວ່າພຣະກິດຕິຄຸນເປັນຄວາມຈິງ. ແຕ່ສິດທີ່ຈະມີພຣະວິນຍານບໍລິສຸດເປັນເພື່ອນຕະຫລອດເວລາ, ຕອນທີ່ບຸກຄົນມີຄ່າຄວນ, ເປັນຂອງປະທານທີ່ສາມາດໄດ້ຮັບພຽງແຕ່ໂດຍການວາງມືຂອງຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ຫລັງຈາກການບັບຕິສະມາທີ່ຖືກຕ້ອງເຂົ້າໃນສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດ.
ພຣະເຢຊູໄດ້ສິດສອນວ່າ ບາບທັງໝົດສາມາດຖືກອະໄພໃຫ້ໄດ້ ຍົກເວັ້ນແຕ່ການໝິ່ນປະໝາດພຣະວິນຍານບໍລິສຸດເທົ່ານັ້ນ (ມທ 12:31–32; ມຣກ 3:28–29; ລກ 12:10; ຮຣ 6:4–8; ຄພ 76:34–35).