ສິ່ງ​ຊ່ວຍ​ສຶກ​ສາ
ຊາວ​ໂກຣິນ​ໂທ, ສານ​ເຖິງ


ຊາວ​ໂກຣິນ​ໂທ, ສານ​ເຖິງ

ໜັງ​ສື​ສອງ​ເຫລັ້ມ​ໃນ​ພຣະ​ຄຳ​ພີ​ໃໝ່. ມັນ​ເປັນ​ໜັງ​ສື​ສະບັບ​ຕົ້ນ​ທີ່​ໂປໂລ​ໄດ້​ຂຽນ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃນ​ໂກຣິນ​ໂທ ເພື່ອ​ດັດ​ແປງ​ຄວາມ​ບໍ່​ເປັນ​ລະບຽບ​ໃນ​ບັນ​ດາ​ພວກ​ເຂົາ. ຊາວ​ໂກຣິນ​ໂທ​ໄດ້​ອາ​ໄສ​ໃນ​ສັງ​ຄົມ​ທີ່​ຊົ່ວ​ຮ້າຍ​ຫລາຍ​ທາງ​ສິນ​ທຳ.

ໂກຣິນ​ໂທສະບັບ​ທີ​ໜຶ່ງ

ບົດ​ທີ 1 ບັນ​ຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ ແລະ ຄຳ​ຕັກ​ເຕືອນ​ຂອງ​ເພິ່ນ​ຕໍ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ບົດ​ທີ 2–6 ຄຳ​ຕັກ​ເຕືອນ​ຂອງ​ໂປໂລ​ຕໍ່​ຄວາມ​ຜິດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຊາວ​ໂກຣິນ​ໂທ. ບົດ​ທີ 7–12 ບັນ​ຈຸ​ຄຳ​ຕອບ​ຂອງ​ໂປໂລ​ຕໍ່​ຄຳ​ຖາມ​ບາງ​ຢ່າງ. ບົດ​ທີ 13–15 ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ເລື່ອງ​ຄວາມ​ໃຈ​ບຸນ, ຂອງ​ປະທານ​ທາງ​ວິນ​ຍານ, ແລະ ການ​ຟື້ນ​ຄືນ​ຊີ​ວິດ. ບົດ​ທີ 16 ບັນ​ຈຸ​ຄຳ​ແນະນຳ​ຂອງ​ໂປໂລ ເພື່ອ​ໃຫ້​ຍຶດ​ໝັ້ນ​ໃນ​ສັດທາ.

ໂກຣິນ​ໂທ​ສະບັບ​ທີ​ສອງ

ບົດ​ທີ 1 ບັນ​ຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ ແລະ ຄຳ​ປອບ​ໂຍນ. ບົດ​ທີ 2 ບັນ​ຈຸ​ຄຳ​ແນະນຳ​ສ່ວນ​ຕົວ​ສຳ​ລັບ​ຕີໂຕ. ບົດ​ທີ 3–7 ກ່ຽວ​ກັບ​ພະ​ລັງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ ຜູ້​ນຳ​ຂອງ​ເຂົາ​ເຈົ້າ. ບົດ​ທີ 8–9 ແນະນຳ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ເປັນ​ຜູ້​ມອບ​ໃຫ້​ແກ່​ຄົນ​ຍາກ​ຈົນ​ດ້ວຍ​ຄວາມ​ເບີກ​ບານ​ໃຈ. ບົດ​ທີ 10–12 ເປັນ​ການ​ປະ​ກາດ​ຕຳ​ແໜ່ງ​ຂອງ​ໂປໂລ ໃນ​ຖານະ​ເປັນ​ອັກຄະ​ສາວົກ. ບົດ​ທີ 13 ເປັນ​ຄຳ​ແນະນຳ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ.

ພິມ