ໃນພາສາກຣີກ, ອັກຄະສາວົກ ໝາຍເຖິງ “ຜູ້ຖືກສົ່ງໄປ.” ເປັນຕຳແໜ່ງທີ່ພຣະເຢຊູໄດ້ມອບໃຫ້ແກ່ອັກຄະສາວົກສິບສອງ ຜູ້ທີ່ພຣະອົງໄດ້ເລືອກ ແລະ ໄດ້ແຕ່ງຕັ້ງໃຫ້ເປັນສານຸສິດທີ່ໃກ້ຊິດທີ່ສຸດ ແລະ ເປັນຜູ້ຊ່ວຍລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງແຜ່ນດິນໂລກ (ລກ 6:13; ຢຮ 15:16). ພຣະອົງໄດ້ສົ່ງເຂົາເຈົ້າໄປ ເພື່ອເປັນຕົວແທນໃຫ້ແກ່ພຣະອົງ ແລະ ໃຫ້ປະຕິບັດແທນພຣະອົງຫລັງຈາກ ພຣະອົງໄດ້ສະເດັດຂຶ້ນສະຫວັນ. ທັງໃນສະໄໝບູຮານ ແລະ ໃນກຸ່ມອັກຄະສາວົກສິບສອງ ໃນສາດສະໜາຈັກທີ່ໄດ້ຮັບການຟື້ນຟູໃນວັນເວລານີ້, ອັກຄະສາວົກເປັນພະຍານພິເສດຂອງພຣະເຢຊູຄຣິດຕະຫລອດທົ່ວໂລກ ເພື່ອເປັນພະຍານເຖິງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ເຖິງການຟື້ນຄືນພຣະຊົນຂອງພຣະອົງຈາກຄວາມຕາຍ (ກຈກ 1:22; ຄພ 107:23).
ອັກຄະສາວົກໄດ້ຖືກເລືອກໂດຍພຣະຜູ້ເປັນເຈົ້າ (ຢຮ 6:70; 15:16).