ຢູດາ (ລູກຊາຍຂອງຢາໂຄບ)
ໃນພຣະຄຳພີເດີມ, ເປັນລູກຊາຍຄົນທີສີ່ຂອງຢາໂຄບກັບນາງເລອາ (ປຖກ 29:35; 37:26–27; 43:3, 8; 44:16; 49:8). ຢາໂຄບໄດ້ອວຍພອນຢູດາວ່າລາວຈະເປັນຜູ້ນຳໂດຍທຳມະຊາດ ໃນທ່າມກາງພວກລູກຊາຍຂອງຢາໂຄບ ແລະ ວ່າຊີໂລ (ພຣະເຢຊູຄຣິດ) ຈະເປັນລູກຫລານຂອງລາວ (ປຖກ 49:10).
ເຜົ່າຂອງຢູດາ
ເຜົ່າຂອງຢູດາໄດ້ເປັນຜູ້ນຳຫລັງຈາກທີ່ໄດ້ຕັ້ງຖິ່ນຖານຢູ່ໃນການາອານ. ຄູ່ແຂ່ງຂອງເຜົ່ານີ້ແມ່ນເຜົ່າ ເອຟະຣາອີມ. ໂມເຊໄດ້ອວຍພອນເຜົ່າຂອງຢູດາ (ພບຍ 33:7). ຫລັງຈາກການປົກຄອງຂອງໂຊໂລໂມນ, ເຜົ່າຂອງຢູດາໄດ້ກາຍເປັນອານາຈັກຂອງຢູດາ.
ອານາຈັກຂອງຢູດາ
ໃນການປົກຄອງຂອງເຣໂຮໂບອາມ ອານາເຂດຂອງໂຊໂລໂມນໄດ້ຖືກແຍກອອກເປັນສອງອານາຈັກ, ສ່ວນໃຫຍ່ເປັນເພາະຄວາມອິດສາລະຫວ່າງເຜົ່າຂອງເອຟະຣາອີມ ແລະ ຢູດາ. ອານາຈັກພາກໃຕ້, ຫລື ອານາຈັກຢູດາ, ລວມທັງເຜົ່າຂອງຢູດາ ແລະ ພາກສ່ວນໃຫຍ່ຂອງເບັນຢາມິນ. ເຢຣູຊາເລັມໄດ້ເປັນຕົວເມືອງໃຫຍ່ຂອງມັນ. ສ່ວນຫລາຍຜູ້ຄົນກໍຊື່ສັດໃນການນະມັດສະການພຣະເຢໂຮວາ ຫລາຍກວ່າອານາຈັກພາກເໜືອ. ຢູດາບໍ່ໄດ້ຖືກໂຈມຕີຈາກອານາຈັກທາງພາກເໜືອ ແລະ ທາງພາກຕາເວັນອອກ, ແລະ ອຳນາດສູງສຸດຢູ່ໃນຄອບຄົວຂອງດາວິດ ຈົນກວ່າຖືກຊາວບາບີໂລນຈັບໄປເປັນຊະເລີຍ. ອານາຈັກຂອງຢູດາໄດ້ພະຍາຍາມຄົງຢູ່ຈົນເຖິງ 135 ປີ ຫລັງຈາກອານາຈັກແຫ່ງອິດສະຣາເອນທີ່ໂດ່ງດັງ ແລະ ມີອຳນາດກວ່າໄດ້ຕົກໄປ.
ກິ່ງງ່າຂອງຢູດາ
ນີ້ໝາຍເຖິງພຣະຄຣິສຕະທຳຄຳພີວ່າເປັນບັນທຶກຂອງເຊື້ອສາຍຂອງຢູດາ (ອຊກ 37:15–19). ໃນຍຸກສຸດທ້າຍ, ເມື່ອກິ່ງງ່າຕ່າງໆຂອງເຊື້ອສາຍອິດສະຣາເອນມາເຕົ້າໂຮມກັນ, ບັນທຶກທີ່ສັກສິດຂອງເຂົາເຈົ້າກໍຈະຖືກເຕົ້າໂຮມເຂົ້າກັນຄືກັນ. ບັນທຶກທີ່ເປັນພຣະຄຳພີເຫລົ່ານີ້ສົ່ງເສີມກັນແລະກັນ ແລະ ປະກອບເຂົ້າກັນເປັນປະຈັກພະຍານວ່າ ພຣະເຢຊູຄືພຣະຄຣິດ, ພຣະເຈົ້າຂອງອິດສະຣາເອນ ແລະ ພຣະເຈົ້າຂອງແຜ່ນດິນໂລກ (ປຈສ, ປຖກ 50:24–36 [ພາກຫ້ອຍທ້າຍ]; 2 ນຟ 3; 29).