ສິ່ງ​ຊ່ວຍ​ສຶກ​ສາ
ຮັບ​ເອົາ, ການ​ຮັບ​ເອົາ


ຮັບ​ເອົາ, ການ​ຮັບ​ເອົາ

ພຣະ​ຄຳ​ພີ​ກ່າວ​ເຖິງ​ການ​ຮັບ​ເອົາ​ໃນ​ສອງ​ຮູບ​ແບບ.

(1) ຜູ້​ບໍ່​ແມ່ນ​ທາ​ຍາດ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຈະ​ກາຍ​ເປັນ​ຄົນ​ໃນ​ຄອບ​ຄົວ​ຂອງ​ອັບ​ຣາ​ຮາມ ແລະ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ໄດ້ ໂດຍ​ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ກັບ​ໃຈ, ຮັບ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ, ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (2 ນຟ 31:17–18; ຄພ 84:73–74; ອຣຮ 2:6, 10–11).

(2) ທຸກ​ຄົນ​ທີ່​ໄດ້​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ກາຍ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ສະ​ເໝີ​ໄປ (ໂຣມ 8:15–17; ຄລຕ 3:24–29; 4:5–7; ມຊຢ 5:7–8).

ພິມ