ສິ່ງ​ຊ່ວຍ​ສຶກ​ສາ
ນີ​ໄຟ, ລູກ​ຊາຍ​ຂອງ​ລີ​ໄຮ


ນີ​ໄຟ, ລູກ​ຊາຍ​ຂອງ​ລີ​ໄຮ

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ລູກ​ຊາຍ​ທີ່​ຊອບ​ທຳ​ຂອງ​ລີ​ໄຮ​ກັບ​ນາງ​ຊາ​ໄຣ​ຢາ (1 ນຟ 1:1–4; 2:5). ນີ​ໄຟ​ມີ​ສັດ​ທາ​ອັນ​ແຮງ​ກ້າ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ (1 ນຟ 3:7) ແລະ ກາຍ​ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່, ເປັນ​ຜູ້​ຮັກ​ສາ​ບັນ​ທຶກ, ແລະ ຜູ້​ນຳ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ.

ໜັງ​ສື​ນີ​ໄຟ​ສະ​ບັບ​ທີ​ໜຶ່ງ

ບົດ​ທີ 1 ເຖິງ 18:8 ສ່ວນ​ຫລາຍ​ແລ້ວ​ແມ່ນ​ກ່ຽວ​ກັບ​ສາດ​ສະ​ດາ​ລີ​ໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ ທີ່​ໜີ​ຈາກ​ເຢ​ຣູ​ຊາ​ເລັມ. ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທີ່​ແຫ້ງ​ແລ້ງ ຈົນ​ກວ່າ​ເຂົາ​ເຈົ້າ​ໄດ້​ໄປ​ເຖິງ​ທະ​ເລ. 1 ນຟ 18:9–23 ບອກ​ເຖິງ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ແມ່ນ​ເລ​ມັນ​ກັບ​ເລ​ມູ​ເອນ​ໄດ້​ກໍ່​ການ​ກະ​ບົດກໍ​ຕາມ. ບົດ​ທີ 19–22 ບອກ​ເຖິງ​ຈຸດ​ປະ​ສົງ​ຂອງ​ນີ​ໄຟ ກ່ຽວ​ກັບ​ການ​ຮັກ​ສາ​ບັນ​ທຶກ (1 ນຟ 6; 19:18)—​ເພື່ອ​ຊັກ​ຊວນ​ທຸກ​ຄົນ​ໃຫ້​ລະ​ນຶກ​ເຖິງ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ. ເພິ່ນ​ໄດ້​ອ້າງ​ເຖິງ​ເອ​ຊາ​ຢາ (1 ນຟ 20–21) ແລະ ໄດ້​ແປ​ຄວາມ​ໝາຍ​ຂ່າວ​ສານ​ຂອງ​ເອ​ຊາ​ຢາ, ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ໃຫ້​ທຸກ​ຄົນ​ມາ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ (1 ນຟ 22:12).

ໜັງ​ສື​ນີ​ໄຟ​ສະ​ບັບ​ທີ​ສອງ

ບົດ​ທີ 1–4 ບັນ​ຈຸ​ຄຳ​ສອນ​ສຸດ​ທ້າຍ​ຂອງ​ລີ​ໄຮ ແລະ ຄຳ​ທຳ​ນາຍ​ກ່ອນ​ເພິ່ນ​ເສຍ​ຊີ​ວິດ​ໄປ, ລວມ​ທັງ​ພອນ​ທີ່​ເພິ່ນ​ໄດ້​ມອບ​ໃຫ້​ແກ່​ລູກ​ຊາຍ ແລະ ຜູ້​ສືບ​ຕະ​ກຸນ​ຂອງ​ເພິ່ນ. ບົດ​ທີ 5 ອະ​ທິ​ບາຍ​ວ່າ​ເປັນ​ຫຍັງ​ຊາວ​ນີ​ໄຟ​ຈຶ່ງ​ແຍກ​ຕົວ​ອອກ​ຈາກ​ຊາວ​ເລ​ມັນ. ຊາວ​ນີ​ໄຟ​ໄດ້​ສ້າງ​ພຣະ​ວິ​ຫານ, ໄດ້​ສອນ​ກົດ​ຂອງ​ໂມ​ເຊ, ແລະ ຮັກ​ສາ​ບັນ​ທຶກ. ບົດ​ທີ 6–10 ບັນ​ຈຸ​ຄຳ​ຂອງ​ຢາ​ໂຄບ, ນ້ອງ​ຊາຍ​ຂອງ​ນີ​ໄຟ. ຢາ​ໂຄບ​ໄດ້​ທົບ​ທວນ​ປະ​ຫວັດ​ສາດ​ຂອງ​ຢູ​ດາ ແລະ ໄດ້​ທຳ​ນາຍ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ, ຊຶ່ງ​ບາງ​ສ່ວນ​ໄດ້​ຖືກ​ເອົາ​ອອກ​ມາ​ຈາກ​ການ​ຂຽນ​ຂອງ​ສາດ​ສະ​ດາ ເອ​ຊາ​ຢາ. ໃນ ບົດ​ທີ 11–33 ນີ​ໄຟ​ໄດ້​ບັນ​ທຶກ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ຄຣິດ, ປະ​ຈັກ​ພະ​ຍານ​ຂອງ​ຢາ​ໂຄບ, ຄຳ​ທຳ​ນາຍ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ, ແລະ ຫລາຍ​ບົດ​ຈາກ​ພຣະ​ທຳ​ເອ​ຊາ​ຢາ​ໃນ​ພຣະ​ຄຳ​ພີ​ເດີມ.

ແຜ່ນ​ຈາ​ລຶກ​ຂອງ​ນີ​ໄຟ

ພິມ