ສະຖານທີ່ນະມັດສະການ
ບ້ານຂອງພຣະຜູ້ເປັນເຈົ້າ, ສູນກາງນະມັດສະການຂອງອິດສະຣາເອນ ໃນລະຫວ່າງການອົບພະຍົບໜີຈາກເອຢິບ. ແທ້ຈິງແລ້ວ ສະຖານທີ່ນະມັດສະການ ອາດເປັນພຣະວິຫານທີ່ຍົກຍ້າຍໄປນຳໄດ້ ແລະ ສາມາດແຍກອອກເປັນສ່ວນໆ ແລະ ປະກອບເຂົ້າກັນໄດ້. ລູກຫລານຂອງອິດສະຣາເອນໄດ້ໃຊ້ສະຖານທີ່ນະມັດສະການ ຈົນກວ່າພວກເຂົາໄດ້ສ້າງພຣະວິຫານຂອງໂຊໂລໂມນ (ຄພ 124:38).
ພຣະເຈົ້າໄດ້ເປີດເຜີຍແບບແຜນຂອງສະຖານທີ່ນະມັດສະການແກ່ໂມເຊ (ອພຍ 26–27), ແລະ ລູກຫລານຂອງອິດສະຣາເອນໄດ້ສ້າງມັນ ຕາມແບບແຜນນັ້ນ (ອພຍ 35–40). ເມື່ອສະຖານທີ່ນະມັດສະການສຳເລັດຮຽບຮ້ອຍ, ເມກໄດ້ມາປົກຄຸມຜ້າເຕັນໄວ້, ແລະ ລັດສະໝີພາບຂອງພຣະຜູ້ເປັນເຈົ້າ ໄດ້ເຕັມຢູ່ໃນສະຖານທີ່ນະມັດສະການ (ອພຍ 40:33–34). ເມກໄດ້ເປັນເຄື່ອງໝາຍຂອງການປະທັບຢູ່ຂອງພຣະເຈົ້າ. ໃນຍາມກາງຄືນ, ມີແສງເປັນໄຟພຸ່ງຂຶ້ນເທິງຫໍເຕັນສັກສິດ. ເມື່ອເມກປົກຄຸມຢູ່ເທິງຫໍເຕັນ, ລູກຫລານຂອງອິດສະຣາເອນຈະຕັ້ງຄ້າຍພັກ. ເມື່ອເມກໄດ້ຍ້າຍໄປຈາກຫໍເຕັນ, ພວກເຂົາກໍໄດ້ເຄື່ອນຍ້າຍຄ້າຍພັກ (ອພຍ 40:36–38; ຈບຊ 9:17–18). ລູກຫລານຂອງອິດສະຣາເອນໄດ້ຫາມສະຖານທີ່ນະມັດສະການໄປນຳ ໃນໄລຍະທີ່ຊັດເຊພະເນຈອນໄປໃນຖິ່ນແຫ້ງແລ້ງກັນດານ ແລະ ໃນຕອນທີ່ພວກເຂົາໄດ້ເຂົ້າຍຶດຄອງແຜ່ນດິນການາອານ. ຫລັງຈາກການຍຶດຄອງນັ້ນ, ສະຖານທີ່ນະມັດສະການ ໄດ້ຖືກຕັ້ງຂຶ້ນທີ່ ຊີໂລ, ບ່ອນທີ່ພຣະຜູ້ເປັນເຈົ້າໄດ້ເລືອກໄວ້ (ຢຊ 18:1). ຫລັງຈາກລູກຫລານຂອງອິດສະຣາເອນໄດ້ສ້າງພຣະວິຫານຂອງໂຊໂລໂມນແລ້ວ, ສະຖານທີ່ນະມັດສະການທັງໝົດກໍໄດ້ສາບສູນໄປຈາກປະຫວັດສາດ.
ພຣະຜູ້ເປັນເຈົ້າ ແລະ ເອຊາຢາ ໄດ້ໃຊ້ສະຖານທີ່ນະມັດສະການ ເປັນສັນຍາລັກຂອງເມືອງຊີໂອນ ແລະ ເຢຣູຊາເລັມ ໃນເວລາຂອງການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ (ອຊຢ 33:20; ມຊ 7:62).