ມາຣະໂກ
ໃນພຣະຄຳພີໃໝ່, ໂຢຮັນ ມາຣະໂກ ເປັນລູກຊາຍຂອງນາງມາຣີ, ຜູ້ອາໄສຢູ່ເມືອງເຢຣູຊາເລັມ (ກຈກ 12:12); ລາວອາດເປັນລູກພີ່ນ້ອງ (ຫລື ຫລານຊາຍ) ຂອງບາຣະນາບາ (ກລຊ 4:10). ລາວໄດ້ໄປກັບໂປໂລ ແລະ ບາຣະນາບາຈາກເຢຣູຊາເລັມ ໃນການເດີນທາງໄປສອນສາດສະໜາເທື່ອທຳອິດ ຂອງເຂົາເຈົ້າ, ແລະ ໄດ້ປະເຂົາເຈົ້າໄວ້ຢູ່ເມືອງເປກາ (ກຈກ 12:25; 13:5, 13). ຕໍ່ມາລາວໄດ້ໄປຫາເກາະໄຊປຣັດກັບບາຣະນາບາ (ກຈກ 15:37–39). ລາວໄດ້ຢູ່ໃນກຸງໂຣມນຳໂປໂລ (ກລຊ 4:10; ຟລມ 1:24); ແລະ ລາວໄດ້ຢູ່ເມືອງບາບີໂລນນຳເປໂຕ (ບາງທີຢູ່ກຸງໂຣມ) (1 ປຕ 5:13). ສຸດທ້າຍ, ລາວໄດ້ຢູ່ເມືອງເອເຟໂຊກັບຕີໂມທຽວ (2 ຕມທ 4:11).
ພຣະທຳມາຣະໂກ
ໜັງສືເຫລັ້ມທີສອງໃນພຣະຄຳພີໃໝ່. ພຣະທຳມາຣະໂກອາດຖືກຂຽນພາຍໃຕ້ການຊີ້ນຳຂອງເປໂຕ. ຈຸດປະສົງຂອງເພິ່ນແມ່ນທີ່ຈະບັນຍາຍເຖິງພຣະຜູ້ເປັນເຈົ້າວ່າເປັນພຣະບຸດຂອງພຣະເຈົ້າ ທີ່ດຳລົງຊີວິດ ແລະ ປະຕິບັດຢູ່ໃນບັນດາຜູ້ຄົນ. ມາຣະໂກບັນຍາຍດ້ວຍພະລັງ ແລະ ຄວາມຖ່ອມຕົວ ເຖິງຄວາມຮູ້ສຶກປະທັບໃຈ ທີ່ພຣະເຢຊູໄດ້ປະຕິບັດກັບຜູ້ຄົນທົ່ວໄປ. ຕາມທີ່ບອກເລົ່າກັນມາ ຫລັງຈາກການຕາຍຂອງເປໂຕ, ມາຣະໂກໄດ້ໄປຢ້ຽມຢາມປະເທດເອຢິບ, ໄດ້ຈັດຕັ້ງສາດສະໜາຈັກຂຶ້ນໃນເມືອງອາເລັກຊັນເດຍ, ແລະ ໄດ້ຕາຍຍ້ອນຄວາມເຊື່ອ.
ສຳລັບເຫດການຕ່າງໆໃນຊີວິດຂອງພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ບັນຍາຍໄວ້ໃນພຣະທຳມາຣະໂກ, ເບິ່ງ ຄວາມກົມກຽວຂອງພຣະກິດຕິຄຸນ ໃນພາກຫ້ອຍທ້າຍ.