ສິ່ງ​ຊ່ວຍ​ສຶກ​ສາ
ໂປ​ໂລ


ໂປ​ໂລ

ອັກ​ຄະ​ສາ​ວົກ​ໃນ​ພຣະ​ຄຳ​ພີ​ໃໝ່. ຊື່​ເຮັບ​ເຮີ​ຂອງ​ໂປ​ໂລ ແມ່ນ ໂຊ​ໂລ, ແລະ ລາວ​ໄດ້​ໃຊ້​ຊື່​ນີ້ ຈົນ​ເຖິງ​ເວ​ລາ​ທີ່​ລາວ​ໄດ້​ເລີ່ມ​ຕົ້ນ​ພາ​ລະ​ກິດ​ຂອງ​ລາວ​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ. ແຕ່​ກ່ອນ​ລາວ​ໄດ້​ຂົ່ມ​ເຫັງ​ສາດ​ສະ​ໜາ​ຈັກ ແຕ່​ພາຍ​ລຸນ​ມາ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ຄວາມ​ຈິງ​ຂອງ​ມັນ ຫລັງ​ຈາກ​ໄດ້​ເຫັນ​ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ພາບ​ນິ​ມິດ. ໂປ​ໂລ​ໄດ້​ເດີນ​ທາງ​ໄປ​ສອນ​ສາດ​ສະ​ໜາ​ທີ່​ສຳ​ຄັນ​ສາມ​ເທື່ອ ແລະ ໄດ້​ຂຽນ​ຈົດ​ໝາຍ​ຫລາຍ​ສະ​ບັບ ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ. ຈົດ​ໝາຍ​ສິບ​ສີ່​ສະ​ບັບ​ເຫລົ່າ​ນັ້ນ​ໄດ້​ຮວມ​ເຂົ້າ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ໃໝ່ ໃນ​ທຸກ​ວັນ​ນີ້. ໃນ​ທີ່​ສຸດ​ລາວ​ໄດ້​ຖືກ​ສົ່ງ​ໄປ​ເຂົ້າ​ຄຸກ​ຢູ່​ກຸງ​ໂຣມ ແລະ ໄດ້​ຖືກ​ປະ​ຫານ​ຊີ​ວິດ, ບາງ​ທີ​ອາດ​ເປັນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ ຄ.ສ. 65.

ພິມ