ສິ່ງ​ຊ່ວຍ​ສຶກ​ສາ
ສານ​ຂອງ​ໂປ​ໂລ


ສານ​ຂອງ​ໂປ​ໂລ

ໜັງ​ສື​ສິບ​ສີ່​ເຫລັ້ມ​ໃນ​ພຣະ​ຄຳ​ພີ​ໃໝ່ ຊຶ່ງ​ຕົ້ນ​ສະ​ບັບ​ເປັນ​ສານ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສົ່ງ​ໄປ​ຫາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ສານ​ເຫລົ່າ​ນີ້​ຖືກ​ແຍກ​ເປັນ​ຫລາຍ​ກຸ່ມ​ດັ່ງ​ຕໍ່​ໄປ​ນີ້:

1 ແລະ 2 ເທ​ສະ​ໂລ​ນິກ (ຄ.ສ. 50–51)

ໂປ​ໂລ​ໄດ້​ຂຽນ​ສານ​ເຖິງ​ຊາວ​ເທ​ສະ​ໂລ​ນິກ​ຈາກ​ໂກ​ຣິນ​ໂທ​ລະ​ຫວ່າງ​ການ​ໄປ​ສອນ​ສາດ​ສະ​ໜາ​ເທື່ອ​ທີ​ສອງ​ຂອງ​ລາວ. ວຽກ​ງານ​ຂອງ​ລາວ​ຢູ່​ເທ​ສະ​ໂລ​ນິກ​ໄດ້​ຖືກ​ບັນ​ຍາຍ​ໄວ້ ໃນກິດ​ຈະ​ການ 17. ລາວ​ຢາກ​ກັບ​ຄືນ​ໄປ ເທ​ສະ​ໂລ​ນິກ, ແຕ່​ລາວ​ກໍ​ບໍ່​ສາ​ມາດ​ເຮັດ (1 ທສນ 2:18). ສະ​ນັ້ນ​ລາວ​ຈຶ່ງ​ໄດ້​ສົ່ງ​ຕີ​ໂມ​ທຽວ​ໄປ​ໃຫ້​ກຳ​ລັງ​ໃຈ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ມາ​ລາຍ​ງານ​ລາວ​ກ່ຽວ​ກັບ​ຄວາມ​ທຸກ​ສຸກ​ຂອງ​ສະ​ມາ​ຊິກ. ສານ​ສະ​ບັບ​ທຳ​ອິດ ແມ່ນ​ກ່ຽວ​ກັບ​ຄວາມ​ຂອບ​ພຣະ​ໄທ​ຂອງ​ລາວ​ສຳ​ລັບ​ການ​ກັບ​ຄືນ​ມາ​ຂອງ​ຕີ​ໂມ​ທຽວ. ສານ​ສະ​ບັບ​ທີ​ສອງ ແມ່ນ​ຖືກ​ຂຽນ​ບໍ່​ດົນ​ຫລັງ​ຈາກ​ນັ້ນ.

1 ແລະ 2 ໂກ​ຣິນ​ໂທ, ຄາ​ລາ​ເຕຍ, ໂຣມ (ຄ.ສ. 55–57)

ໂປ​ໂລ​ໄດ້​ຂຽນ​ສານ​ເຖິງ​ຊາວ​ໂກ​ຣິນ​ໂທ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ສອນ​ສາດ​ສະ​ໜາ​ເທື່ອ​ທີ​ສາມ​ຂອງ​ລາວ ເພື່ອ​ຕອບ​ຄຳ​ຖາມ ແລະ ດັດ​ແປງ​ຄວາມ​ບໍ່​ເປັນ​ລະ​ບຽບ​ໃນ​ບັນ​ດາ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢູ່​ໂກ​ຣິນ​ໂທ.

ສານ​ເຖິງ​ຊາວ​ຄາ​ລາ​ເຕຍ ອາດ​ຖືກ​ຂຽນ​ເຖິງ​ໜ່ວຍ​ສາດ​ສະ​ໜາ​ຈັກ​ຫລາຍ​ແຫ່ງ​ຕະ​ຫລອດ​ທົ່ວ​ຄາ​ລາ​ເຕຍ. ສະ​ມາ​ຊິກ​ບາງ​ຈຳ​ນວນ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ປະ​ຖິ້ມ​ພຣະ​ກິດ​ຕິ​ຄຸນ​ໄປ ຕາມ​ຄວາມ​ເຫັນ​ຊອບ​ກົດ​ໝາຍ​ຂອງ​ຊາວ​ຢິວ. ໃນ​ຈົດ​ໝາຍ​ສະ​ບັບ​ນີ້, ໂປ​ໂລ​ໄດ້​ອະ​ທິ​ບາຍ​ຈຸດ​ປະ​ສົງ​ຂອງ​ກົດ​ຂອງ​ໂມ​ເຊ ແລະ ຄຸນ​ຄ່າ​ຂອງ​ສາດ​ສະ​ໜາ​ທີ່​ເຊີດ​ຊູ​ທາງ​ວິນ​ຍານ.

ໂປ​ໂລ​ໄດ້​ຂຽນ​ສານ​ເຖິງ​ຊາວ​ໂຣມ​ຈາກ​ເມືອງ​ໂກ​ຣິນ​ໂທ, ໃນ​ການ​ຕຽມ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຊາວ​ໂຣມ ສຳ​ລັບ​ການ​ຢ້ຽມ​ຢາມ​ຂອງ​ລາວ ທີ່​ລາວ​ຫວັງ​ຈະ​ໄປ​ຫາ​ພວກ​ເຂົາ. ຈົດ​ໝາຍ​ສະ​ບັບ​ນີ້​ກໍ​ຍັງ​ຢືນ​ຢັນ​ຄຳ​ສອນ ທີ່​ຊາວ​ຢິວ​ບາງ​ຈຳ​ນວນ​ຜູ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ຊາວ​ຄຣິດ​ສະ​ຕຽນ ກຳ​ລັງ​ໂຕ້​ຖຽງ​ກັນ​ຢູ່.

ຟີ​ລິບ​ປອຍ, ໂກ​ໂລ​ຊາຍ, ເອ​ເຟ​ໂຊ, ຟີ​ເລ​ໂມນ, ເຮັບ​ເຣີ (ຄ.ສ. 60–62)

ໂປ​ໂລ​ໄດ້​ຂຽນ​ສານ​ໃນ​ຂະ​ນະ​ທີ່​ລາວ​ຢູ່​ໃນ​ຄຸກ​ເທື່ອ​ທຳ​ອິດ​ຢູ່​ໃນ​ກຸງ​ໂຣມ.

ໂປ​ໂລ​ໄດ້​ຂຽນ​ສານ​ເຖິງ​ຊາວ​ຟິ​ລິບ​ປອຍ ສ່ວນ​ຫລາຍ​ແລ້ວ​ແມ່ນ​ສະ​ແດງ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຮັກ​ແພງ​ຂອງ​ລາວ​ຕໍ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຊາວ​ຟີ​ລິບ​ປອຍ ແລະ ໃຫ້​ກຳ​ລັງ​ໃຈ​ພວກ​ເຂົາ ເນື່ອງ​ດ້ວຍ​ຄວາມ​ຜິດ​ຫວັງ​ຂອງ​ພວກ​ເຂົາ​ກັບ​ການ​ຕິດ​ຄຸກ​ຂອງ​ລາວ​ເປັນ​ເວ​ລາ​ດົນ​ນານ.

ໂປ​ໂລ​ໄດ້​ຂຽນ​ສານ​ເຖິງ​ຊາວ​ໂກ​ໂລ​ຊາຍຕາມ​ການ​ລາຍ​ງານ​ທີ່​ແຈ້ງ​ບອກ​ວ່າ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຊາວ​ໂກ​ໂລ​ຊາຍ ກຳ​ລັງ​ເຮັດ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ. ພວກ​ເຂົາ​ເຊື່ອ​ວ່າ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ ມາ​ເຖິງ​ໂດຍ​ການ​ຮັກ​ສາ​ພິ​ທີ​ການ​ພາຍ​ນອກ​ຝ່າຍ​ດຽວ​ຢ່າງ​ລະ​ມັດ​ລະ​ວັງ ແທນ​ທີ່​ຈະ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ຂອງ​ຕົນ​ໃຫ້​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ສານ​ເຖິງ​ຊາວ​ເອ​ເຟ​ໂຊ​ເປັນ​ສະ​ບັບ​ທີ່​ສຳ​ຄັນ​ຫລາຍ, ເພາະ​ວ່າ​ມັນ​ບັນ​ຈຸ​ຄຳ​ສອນ​ຂອງ​ໂປ​ໂລ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.

ສານ​ເຖິງ​ຟີ​ເລ​ໂມນ ເປັນ​ຈົດ​ໝາຍ​ສ່ວນ​ຕົວ​ກ່ຽວ​ກັບ​ໂອ​ເນ​ຊີ​ໂມ ຂ້າ​ທາດ​ຜູ້​ທີ່​ໄດ້​ຂະ​ໂມຍ​ຈາກ​ເຈົ້າ​ນາຍ, ຟີ​ເລ​ໂມນ, ແລະ ໄດ້​ລັກ​ໜີ​ໄປ​ກຸງ​ໂຣມ. ໂປ​ໂລ​ໄດ້​ສົ່ງ​ໂອ​ເນ​ຊີ​ໂມ​ກັບ​ຄືນ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ລາວ ພ້ອມ​ດ້ວຍ​ຈົດ​ໝາຍ​ຂໍ​ໃຫ້​ອະ​ໄພ​ໂທດ​ໃຫ້​ແກ່​ໂອ​ເນ​ຊີ​ໂມ.

ໂປ​ໂລ​ໄດ້​ຂຽນ​ສານ​ເຖິງ​ຊາວ​ເຮັບ​ເຣີ ເຖິງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຊາວ​ຢິວ ເພື່ອ​ຊັກ​ຊວນ​ພວກ​ເຂົາ​ວ່າ ກົດ​ຂອງ​ໂມ​ເຊ​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ແລ້ວ​ໃນ​ພຣະ​ຄຣິດ ແລະ ວ່າ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ໄດ້​ມາ​ແທນ​ກົດ​ຂອງ​ໂມ​ເຊ​ແລ້ວ.

1 ແລະ 2 ຕີ​ໂມ​ທຽວ, ຕີ​ໂຕ (ຄ.ສ. 64–65)

ໂປ​ໂລ​ໄດ້​ຂຽນ​ສານ​ເຫລົ່າ​ນີ້​ຫລັງ​ຈາກ​ລາວ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ຢູ່​ກຸງ​ໂຣມ​ເທື່ອ​ທຳ​ອິດ.

ໂປ​ໂລ​ໄດ້​ເດີນ​ທາງ​ໄປ​ເມືອງ​ເອ​ເຟ​ໂຊ, ບ່ອນ​ທີ່​ລາວ​ໄດ້​ປະ​ຕີ​ໂມ​ທຽວ​ໄວ້​ທີ່​ນັ້ນ ເພື່ອ​ຢຸດ​ຢັ້ງ​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ຄາດ​ຄະ​ເນ​ບາງ​ຢ່າງ, ໂດຍ​ທີ່​ຕັ້ງ​ໃຈ​ຈະ​ກັບ​ຄືນ​ມາ. ລາວ​ໄດ້​ຂຽນ​ສານ​ສະ​ບັບ​ທຳ​ອິດ​ເຖິງ​ຕີ​ໂມ​ທຽວ, ບາງ​ທີ​ອາດ​ຈາກ​ເມືອງ​ມາ​ເກ​ໂດ​ເນຍ, ເພື່ອ​ແນະ​ນຳ ແລະ ຊຸກ​ຍູ້​ລາວ​ໃນ​ການ​ບັນ​ລຸ​ພາ​ລະ​ກິດ​ຂອງ​ລາວ.

ໂປ​ໂລ​ໄດ້​ຂຽນ​ສານ​ເຖິງ​ຕີ​ໂຕ ລະ​ຫວ່າງ​ເວ​ລາ​ທີ່​ລາວ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ. ລາວ​ອາດ​ໄດ້​ໄປ​ຢ້ຽມ​ຢາມ​ກະ​ເຣ​ເຕ, ບ່ອນ​ທີ່​ຕີ​ໂຕ​ຮັບ​ໃຊ້​ຢູ່. ຈົດ​ໝາຍ​ສະ​ບັບ​ນີ້ ສ່ວນ​ຫລາຍ​ແລ້ວ​ແມ່ນ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ທີ່​ຊອບ​ທຳ ແລະ ລະ​ບຽບ​ວິ​ໄນ ພາຍ​ໃນ​ສາດ​ສະ​ໜາ​ຈັກ.

ໂປ​ໂລ​ໄດ້​ຂຽນ​ສານ​ສະ​ບັບ​ທີ​ສອງ​ເຖິງ​ຕີ​ໂມ​ທຽວ ໃນ​ຂະ​ນະ​ທີ່​ຢູ່​ໃນ​ຄຸກ​ເທື່ອ​ທີ​ສອງ, ບໍ່​ດົນ​ກ່ອນ​ໂປ​ໂລ​ໄດ້​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ​ຂອງ​ລາວ. ສານ​ສະ​ບັບ​ນີ້​ບັນ​ຈຸ​ຖ້ອຍ​ຄຳ​ສຸດ​ທ້າຍ​ຂອງ​ໂປ​ໂລ ແລະ ສະ​ແດງ​ເຖິງ​ຄວາມ​ກ້າ​ຫານ​ທີ່​ຍອດ​ຍ້ຽມ ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ລາວ ຈົນ​ເຖິງ​ຂັ້ນ​ທີ່​ລາວ​ໄດ້​ຖືກ​ຂ້າ​ຕາຍ.

ພິມ