ສິ່ງ​ຊ່ວຍ​ສຶກ​ສາ
ຣຸດ


ຣຸດ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ໄພ້​ໄທ​ໂມອາບ​ຂອງ​ນາງ​ນາໂອມີ ແລະ ເອລີ​ເມເຫລັກ, ຜູ້​ເປັນ​ຊາວ​ອິດສະ​ຣາເອນ. ຫລັງ​ຈາກ​ສາ​ມີ​ຂອງ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ, ນາງ​ຣຸດ​ໄດ້​ແຕ່ງ​ງານ​ກັບ​ພີ່​ນ້ອງ​ຂອງ​ນາງ​ນາໂອມີ ຊື່ ໂອບາດ. ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ຊື່ ໂອເບັດ ເປັນ​ບັນ​ພະ​ບຸ​ລຸດ​ຂອງ ດາວິດ ແລະ ພຣະ​ຄຣິດ. ເລື່ອງ​ລາວ​ກ່ຽວ​ກັບ​ນາງ​ຣຸດ ໄດ້​ສະແດງ​ອອກ​ຢ່າງ​ງົດ​ງາມ ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຄົນ​ທີ່​ບໍ່​ໄດ້​ເປັນ​ຄົນ​ອິດສະ​ຣາເອນ ເຂົ້າ​ໃນ​ບັນ​ດາ​ຄົນ​ອິດສະ​ຣາເອນ. ນາງ​ຣຸດ​ໄດ້​ປະ​ຖິ້ມ​ພຣະ​ເຈົ້າ​ອົງ​ເກົ່າ​ຂອງ​ນາງ ແລະ ຊີ​ວິດ​ເກົ່າ ແລ້ວ​ໄດ້​ມາ​ເຂົ້າ​ຮ່ວມ​ກັບ​ຄອບ​ຄົວ​ແຫ່ງ​ສັດທາ ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ (ນຣ 1:16).

ພຣະທຳ​ນາງຣຸດ

ບົດ​ທີ 1 ບັນ​ຍາຍ​ຊີ​ວິດ​ຂອງ​ເອລີ​ເມເຫລັກ ແລະ ຄອບ​ຄົວ​ຂອງ​ລາວ​ທີ່​ໂມອາບ. ຫລັງ​ຈາກ​ສາ​ມີ​ຂອງ​ພວກ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ, ນາງ​ນາໂອມີ ກັບ ນາງ​ຣຸດ ໄດ້​ໄປ​ເບັດ​ເລ​ເຮັມ. ບົດ​ທີ 2 ອະທິບາຍ​ວ່າ ນາງຣຸດ​ໄດ້​ເກັບ​ຮວງ​ເຂົ້າ​ເຮ່ຍ​ຢູ່​ໃນ​ທົ່ງ​ຂອງ​ໂບອາດ. ບົດ​ທີ 3 ບອກ​ເຖິງ​ວິທີ​ທີ່​ນາງ​ນາໂອມີ​ໄດ້​ແນະນຳ​ນາງ​ຣຸດ ໃຫ້​ໄປ​ຫາ​ລານ​ຟາດ​ເຂົ້າ ແລະ ນອນ​ຢູ່​ໃຕ້​ຕີນ​ຂອງ​ໂບອາດ. ບົດ​ທີ 4 ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ແຕ່ງງານ​ຂອງ​ນາງຣຸດ​ກັບ​ໂບອາດ. ເຂົາ​ເຈົ້າ​ມີ​ລູກ​ຊາຍ​ຊື່, ໂອເບັດ, ຊຶ່ງ​ດາວິດ ແລະ ພຣະ​ຄຣິດ ໄດ້​ເປັນ​ທາຍາດ.

ພິມ