ສິ່ງ​ຊ່ວຍ​ສຶກ​ສາ
ຢາ​ໂກ​ໂບ, ລູກ​ຊາຍ​ຂອງ​ເສ​ເບ​ດາຍ


ຢາ​ໂກ​ໂບ, ລູກ​ຊາຍ​ຂອງ​ເສ​ເບ​ດາຍ

ຄົນ​ໜຶ່ງ​ໃນ​ບັນ​ດາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ທີ່​ພຣະ​ເຢ​ຊູ​ໄດ້​ເລືອກ​ໃນ​ໄລ​ຍະ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ. ລາວ​ເປັນ​ອ້າຍ​ຂອງ​ໂຢ​ຮັນ. ລາວ​ເປັນ​ຄົນ​ໜຶ່ງ​ໃນ​ບັນ​ດາ​ອັກ​ຄະ​ສາ​ວົກ​ສາມ​ຄົນ​ທີ່​ພຣະ​ເຢ​ຊູ​ໄດ້​ເລືອກ ໃນ​ໂອ​ກາດ​ພິ​ເສດ​ໂດຍ​ສະ​ເພາະ: ການ​ນຳ​ລູກ​ສາວ​ຂອງ​ຢາ​ອີ​ໂຣ​ຄືນ​ມາ​ມີ​ຊີ​ວິດ​ອີກ (ມຣກ 5:37), ຕອນ​ປ່ຽນ​ສະ​ພາບ (ມທ 17:1; ມຣກ 9:2; ລກ 9:28), ແລະ ທີ່​ສວນ​ເຄັດ​ເຊ​ມາ​ເນ (ມທ 26:37; ມຣກ 14:33). ພ້ອມ​ດ້ວຍ​ເປ​ໂຕ ແລະ ໂຢ​ຮັນ, ລາວ​ໄດ້​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄືນ​ມາ​ສູ່​ແຜ່ນ​ດິນ​ໂລກ ໂດຍ​ການ​ແຕ່ງ​ຕັ້ງ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ (ຄພ 27:12; 128:20; ຈສ—ປ 1:72).

ພິມ