ໂມເຊ
ສາດສະດາໃນພຣະຄຳພີເດີມ ຜູ້ໄດ້ນຳພາຊາວອິດສະຣາເອນອອກຈາກຄວາມເປັນທາດຢູ່ປະເທດເອຢິບ ແລະ ໄດ້ມອບກົດເລື່ອງສາດສະໜາ, ສັງຄົມ, ແລະ ການບໍລິໂພກໃຫ້ເຂົາເຈົ້າ ດັ່ງທີ່ພຣະເຈົ້າໄດ້ເປີດເຜີຍ.
ການປະຕິບັດສາດສະໜາກິດຂອງໂມເຊແມ່ນເກີນກວ່າຂອບເຂດຂອງຊີວິດໃນໂລກມະຕະຂອງເພິ່ນ. ໂຈເຊັບ ສະມິດ ໄດ້ສອນວ່າ ເພິ່ນໄດ້ມາກັບເອລີຢາ, ມາທີ່ພູແຫ່ງການປ່ຽນສະພາບ ແລະ ໄດ້ມອບຂໍກະແຈຂອງຖານະປະໂລຫິດ ໃຫ້ແກ່ເປໂຕ, ຢາໂກໂບ, ແລະ ໂຢຮັນ (ມທ 17:3–4; ມຣກ 9:4–9; ລກ 9:30; ຄພ 63:21).
ໂມເຊໄດ້ປະກົດຕໍ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໃນວັນທີ 3 ເດືອນເມສາ 1836, ໃນພຣະວິຫານເຄີດແລນ, ລັດໂອໄຮໂອ, ແລະ ໄດ້ມອບຂໍກະແຈແຫ່ງການເຕົ້າໂຮມຂອງຊາວອິດສະຣາເອນໃຫ້ແກ່ພວກເພິ່ນ (ຄພ 110:11).
ການເປີດເຜີຍຍຸກສຸດທ້າຍກ່າວຫລາຍເທື່ອກ່ຽວກັບໂມເຊ. ເພິ່ນໄດ້ຖືກກ່າວເຖິງເລື້ອຍໆຢູ່ໃນພຣະຄຳພີມໍມອນ, ແລະ ຈາກພຣະຄຳພີຄຳສອນ ແລະ ພັນທະສັນຍາ ເຮົາຮຽນຮູ້ກ່ຽວກັບການປະຕິບັດສາດສະໜາກິດຂອງເພິ່ນ (ຄພ 84:20–26) ແລະ ວ່າເພິ່ນໄດ້ຮັບຖານະປະໂລຫິດຈາກເຢທະໂຣ ພໍ່ເຖົ້າຂອງເພິ່ນ (ຄພ 84:6).
ການເປີດເຜີຍຍຸກສຸດທ້າຍຍັງໄດ້ຢືນຢັນເລື່ອງລາວໃນພຣະຄຣິສຕະທຳຄຳພີອີກ ກ່ຽວກັບການປະຕິບັດສາດສະໜາກິດຂອງເພິ່ນໃນບັນດາລູກຫລານຂອງອິດສະຣາເອນ ແລະ ຢືນຢັນຕື່ມອີກວ່າ ເພິ່ນເປັນຜູ້ຂຽນປຶ້ມຫ້າເຫລັ້ມທຳອິດຂອງພຣະຄຳພີເດີມ (1 ນຟ 5:11; ມຊ 1:40–41).
ໜັງສືໂມເຊ
ໜັງສືເຫລັ້ມໜຶ່ງໃນພຣະຄຳພີໄຂ່ມຸກອັນລ້ຳຄ່າ ທີ່ບັນຈຸການແປເຈັດບົດທຳອິດໃນປະຖົມມະການທີ່ດົນໃຈຂອງໂຈເຊັບ ສະມິດ.
ບົດທີ 1 ບັນທຶກພາບນິມິດ ຊຶ່ງໃນນັ້ນໂມເຊໄດ້ເຫັນພຣະເຈົ້າ, ຜູ້ໄດ້ເປີດເຜີຍຕໍ່ເພິ່ນກ່ຽວກັບແຜນແຫ່ງຄວາມລອດ. ບົດທີ 2–5 ເລື່ອງລາວກ່ຽວກັບການສ້າງ ແລະ ການຕົກຂອງມະນຸດ. ບົດທີ 6–7 ບັນຈຸ ພາບນິມິດກ່ຽວກັບເອນົກ ແລະ ການປະຕິບັດສາດສະໜາກິດຂອງເພິ່ນຢູ່ເທິງແຜ່ນດິນໂລກ. ບົດທີ 8 ບັນຈຸພາບນິມິດກ່ຽວກັບໂນອາ ແລະ ນ້ຳຖ້ວມທີ່ຍິ່ງໃຫຍ່.
ໜັງສືຫ້າເຫລັ້ມຂອງໂມເຊ
ໜັງສືຫ້າເຫລັ້ມທຳອິດຂອງພຣະຄຳພີເດີມ ເປັນທີ່ຮູ້ຈັກກັນວ່າໜັງສືຂອງໂມເຊ. ແຜ່ນຈາລຶກທອງເຫລືອງທີ່ນີໄຟເອົາຈາກລາບານ ບັນຈຸໜັງສືຂອງໂມເຊ (1 ນຟ 5:11).