ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ບັນ​ຍັດ, ສິບ​ປະ​ການ


ພຣະ​ບັນ​ຍັດ, ສິບ​ປະ​ການ

ກົດ​ສິບ​ຂໍ້​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ໂມ​ເຊ ເພື່ອ​ຄວບ​ຄຸມ​ການ​ປະ​ພຶດ​ທາງ​ໂລກ.

ໃນ​ພາ​ສາ​ເຮັບ​ເຣີ ກົດ​ເຫລົ່າ​ນີ້​ຖືກ​ເອີ້ນ​ວ່າ “ສິບ​ຄຳ.” ມັນ​ຍັງ​ຖືກ​ເອີ້ນ​ວ່າ ພັນ​ທະ​ສັນ​ຍາ ນຳ​ອີກ (ພບຍ 9:9) ຫລື ປະ​ຈັກ​ພະ​ຍານ (ອພຍ 25:21; 32:15). ພຣະ​ບັນ​ຍັດ​ສິບ​ປະ​ການ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ປະ​ທານ​ໃຫ້​ໂມ​ເຊ, ແລະ ຈາກ​ເພິ່ນ​ຕໍ່​ໃຫ້​ຊາວ​ອິດ​ສະ​ຣາ​ເອນ, ມີ​ບັນ​ຍາ​ຍ​ໄວ້​ໃນ ອພຍ 19:9–20:23; 32:15–19; 34:1. ພຣະ​ບັນ​ຍັດ​ໄດ້​ຖືກ​ສະ​ຫລັກ​ໄວ້​ຢູ່​ໃນ​ຫີນ​ສອງ​ແຜ່ນ, ຊຶ່ງ​ໄດ້​ຖືກ​ຮັກ​ສາ​ໄວ້​ຢູ່​ໃນ​ຫີບ​ຄຳ​ໝັ້ນ​ສັນ​ຍາ; ສະ​ນັ້ນ​ແລ້ວ ຫີບ​ຄຳ​ໝັ້ນ​ສັນ​ຍາ​ຈຶ່ງ​ຖືກ​ເອີ້ນ​ວ່າ​ຫີບ​ພັນ​ທະ​ສັນ​ຍາ (ຈບຊ 10:33). ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ອ້າງ​ອີງ​ຈາກ ພບຍ 6:4–5 ແລະ ລລວ 19:18, ໄດ້​ສະ​ຫລຸບ​ພຣະ​ບັນ​ຍັດ​ສິບ​ປະ​ການ ໃນ “ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ຂໍ້” (ມທ 22:37–39).

ພຣະ​ບັນ​ຍັດ​ສິບ​ປະ​ການ​ໄດ້​ຖືກ​ກ່າວ​ຍ້ຳ​ອີກ​ຢູ່​ໃນ​ການ​ເປີດ​ເຜີ​ຍ​ຍຸກ​ສຸດ​ທ້າຍ (ປຈສ, ອພຍ 34:1–2, 14 [ພາກ​ຫ້ອຍ​ທ້າຍ]; ມຊຢ 12:32–37; 13:12–24; ຄພ 42:18–28; 59:5–13).

ພິມ