ສິດອຳນາດ ເບິ່ງ ຂໍກະແຈຂອງຖານະປະໂລຫິດ; ແຕ່ງຕັ້ງ, ການແຕ່ງຕັ້ງ; ຖານະປະໂລຫິດ; ເອີ້ນ, ການເອີ້ນ, ຖືກເອີ້ນຈາກພຣະເຈົ້າ, ຕຳແໜ່ງ; ອຳນາດ ນຳອີກ ມະນຸດຢູ່ເທິງແຜ່ນດິນໂລກທີ່ຖືກເອີ້ນ ຫລື ໄດ້ຮັບການແຕ່ງຕັ້ງ ໄດ້ຮັບອະນຸຍາດໃຫ້ກະທຳແທນ ແລະ ເພື່ອພຣະເຈົ້າພຣະບິດາ ຫລື ພຣະເຢຊູຄຣິດ ໃນການເຮັດວຽກງານຂອງພຣະເຈົ້າ. ເຮົາໄດ້ສົ່ງເຈົ້າໄປ, ອພຍ 3:12–15. ກ່າວທຸກໆສິ່ງທີ່ເຮົາສັ່ງເຈົ້າ, ອພຍ 7:2. ພຣະອົງໄດ້ປະທານອຳນາດໃຫ້ແກ່ສານຸສິດສິບສອງຄົນ, ມທ 10:1. ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ, ແລະ ແຕ່ງຕັ້ງເຈົ້າທັງຫລາຍ, ຢຮ 15:16. ນີໄຟກັບລີໄຮໄດ້ສັ່ງສອນດ້ວຍສິດອຳນາດອັນຍິ່ງໃຫຍ່, ຮລມ 5:18. ນີໄຟ, ລູກຊາຍຂອງຮີລາມັນ, ເປັນຄົນຂອງພຣະເຈົ້າ, ໂດຍທີ່ໄດ້ຮັບອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ຈາກພຣະເຈົ້າ, ຮລມ 11:18 (3 ນຟ 7:17). ພຣະເຢຊູໄດ້ມອບອຳນາດ ແລະ ສິດອຳນາດໃຫ້ແກ່ອັກຄະສາວົກສິບສອງຊາວນີໄຟ, 3 ນຟ 12:1–2. ໂຈເຊັບ ສະມິດ ໄດ້ຖືກເອີ້ນໂດຍພຣະເຈົ້າ, ແລະ ຖືກແຕ່ງຕັ້ງ, ຄພ 20:2. ບໍ່ມີຄົນໃດຈະສັ່ງສອນພຣະກິດຕິຄຸນ ຫລື ເສີມສ້າງສາດສະໜາຈັກຂອງເຮົາຂຶ້ນ ຍົກເວັ້ນແຕ່ເຂົາຈະໄດ້ຮັບການແຕ່ງຕັ້ງ ແລະ ເປັນທີ່ຮູ້ຈັກຕໍ່ສາດສະໜາຈັກວ່າເຂົາມີສິດອຳນາດ, ຄພ 42:11. ພວກແອວເດີຕ້ອງສັ່ງສອນພຣະກິດຕິຄຸນ, ໂດຍກະທຳໃນສິດອຳນາດ, ຄພ 68:8. ຖານະປະໂລຫິດແຫ່ງເມນຄີເສເດັກມີສິດອຳນາດ ເພື່ອປະຕິບັດໃນເລື່ອງທາງວິນຍານ, ຄພ 107:8, 18–19. ອັນໃດກໍຕາມທີ່ເຮັດໄປໃນສິດອຳນາດອັນສັກສິດ ຈະກາຍເປັນກົດ, ຄພ 128:9. ບຸກຄົນທີ່ສັ່ງສອນ ຫລື ປະຕິບັດແທນພຣະເຈົ້າ ຕ້ອງຖືກເອີ້ນຈາກພຣະເຈົ້າໂດຍຜູ້ມີສິດອຳນາດ, ຫຼຊ 1:5.