ດາວິດ
ກະສັດຂອງອິດສະຣາເອນໃນສະໄໝບູຮານໃນພຣະຄຳພີເດີມ.
ດາວິດເປັນລູກຊາຍຂອງເຢຊີຂອງເຜົ່າຢູດາ. ລາວເປັນຊາຍໜຸ່ມທີ່ກ້າຫານ ຜູ້ເຄີຍຂ້າໂຕສິງ, ໂຕໝີ, ແລະ ຍັກໃຫຍ່ໂກລີອາດຊາວຟີລິດສະຕິນ (1 ຊມອ 17). ດາວິດໄດ້ຖືກເລືອກ ແລະ ຖືກເຈີມໃຫ້ເປັນກະສັດຂອງອິດສະຣາເອນ. ເຊັ່ນດຽວກັບໂຊນ, ໃນຊີວິດຕອນເປັນຜູ້ໃຫຍ່ຂອງລາວ, ລາວໄດ້ເຮັດຄວາມຜິດອາຊະຍາກຳທີ່ຮ້າຍແຮງ, ແຕ່ບໍ່ເໝືອນໂຊນ, ລາວສາມາດສຳນຶກຜິດ. ສະນັ້ນລາວຈຶ່ງສາມາດພົບການໃຫ້ອະໄພ, ຍົກເວັ້ນແຕ່ໃນກໍລະນີຂອງການຂ້າອູຣິອາ (ຄພ 132:39). ຊີວິດຂອງລາວສາມາດແຍກອອກເປັນສີ່ພາກສ່ວນໄດ້: (1) ທີ່ເບັດເລເຣັມ, ບ່ອນລາວເປັນຄົນລ້ຽງແກະ (1 ຊມອ 16–17); (2) ໃນວັງຂອງກະສັດໂຊນ (1 ຊມອ 18:1–19:18); (3) ເປັນຜູ້ຫລົບໄພ (1 ຊມອ 19:18–31:13; 2 ຊມອ 1); (4) ເປັນກະສັດປົກຄອງຢູດາທີ່ເຮັບໂຣນ (2 ຊມອ 2–4), ແລະ ຕໍ່ມາເປັນກະສັດປົກຄອງອິດສະຣາເອນທັງໝົດ (2 ຊມອ 5–24; 1 ກສ 1:1–2:11).
ບາບຂອງດາວິດທີ່ເປັນຊູ້ກັບບັດເຊບາໄດ້ນຳໂຊກຮ້າຍຫລາຍຢ່າງມາສູ່ຊີວິດຊ່ວງໄລຍະຊາວປີສຸດທ້າຍຂອງເພິ່ນ. ປະຊາຊາດທັງປວງໄດ້ຈະເລີນກ້າວໜ້າລະຫວ່າງການປົກຄອງຂອງເພິ່ນ, ແຕ່ດາວິດເອງໄດ້ຮັບທຸກທໍລະມານຈາກຜົນສະທ້ອນທີ່ມາຈາກບາບຂອງເພິ່ນ. ມີການຜິດຖຽງກັນຢູ່ໃນຄອບຄົວບໍ່ໄດ້ຂາດ ຊຶ່ງໃນກໍລະນີຂອງອັບຊາໂລມ ແລະ ອາໂດນີຢາ, ໄດ້ສິ້ນສຸດລົງດ້ວຍການກະບົດ. ເຫດການເຫລົ່ານີ້ໄດ້ເຮັດໃຫ້ການປະກາດຂອງນາທານຕໍ່ດາວິດເກີດເປັນຈິງ ເພາະການບາບຂອງເພິ່ນ (2 ຊມອ 12:7–13).
ເຖິງແມ່ນຈະມີເລື່ອງພິນາດເຫລົ່ານີ້, ແຕ່ການປົກຄອງຂອງດາວິດເປັນຊ່ວງໄລຍະທີ່ຮຸ່ງເຫລື້ອມທີ່ສຸດໃນປະຫວັດສາດຂອງຊາວອິດສະຣາເອນ, ເພາະ (1) ເພິ່ນໄດ້ເຕົ້າໂຮມເຜົ່າຕ່າງໆເຂົ້າກັນເປັນປະຊາຊາດດຽວ, (2) ເພິ່ນສາມາດຄອບຄອງປະເທດໄດ້ໂດຍປາດສະຈາກຂໍ້ໂຕ້ແຍ້ງໃດໆ, (3) ເພິ່ນປົກຄອງໂດຍມີສາດສະໜາເປັນພື້ນຖານ ເພື່ອວ່າພຣະປະສົງຂອງພຣະເຈົ້າຈະໄດ້ເປັນກົດຂອງອິດສະຣາເອນ. ດ້ວຍເຫດຜົນເຫລົ່ານີ້, ຕໍ່ມາການປົກຄອງຂອງດາວິດຈຶ່ງເຫັນວ່າເປັນຍຸກທອງຄຳ ແລະ ເປັນຮູບແບບຂອງຍຸກທີ່ຮຸ່ງເຮືອງໃນເວລາທີ່ພຣະເມຊີອາຈະສະເດັດມາ (ອຊຢ 16:5; ຢມຢ 23:5; ອຊກ 37:24–28).
ຊີວິດຂອງດາວິດສະແດງເຖິງຄວາມຈຳເປັນທີ່ທຸກຄົນຕ້ອງອົດທົນຈົນເຖິງທີ່ສຸດໃນຄວາມຊອບທຳ. ຕອນຍັງໜຸ່ມ, ເພິ່ນຖືກກ່າວເຖິງວ່າເປັນຊາຍທີ່ເຮັດຕາມພຣະຜູ້ເປັນເຈົ້າ “ປະສົງ” (1 ຊມອ 13:14); ເມື່ອເປັນຜູ້ໃຫຍ່, ເພິ່ນໄດ້ເວົ້າດ້ວຍພຣະວິນຍານ ແລະ ໄດ້ຮັບການເປີດເຜີຍຫລາຍຢ່າງ. ແຕ່ເພິ່ນຕ້ອງໄດ້ຊົດໃຊ້ຢ່າງໜັກສຳລັບການບໍ່ເຊື່ອຟັງຂອງເພິ່ນຕໍ່ພຣະບັນຍັດຂອງພຣະເຈົ້າ (ຄພ 132:39).