ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ຄຳ​ພີ​ເດີມ


ພຣະ​ຄຳ​ພີ​ເດີມ

ການ​ຂຽນ​ຂອງ​ສາດ​ສະ​ດາ​ສະ​ໄໝ​ບູຮານ ຜູ້​ໄດ້​ກະ​ທຳ​ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ ແລະ ໄດ້​ເປັນ​ພະຍານ​ເຖິງ​ພຣະ​ຄຣິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ເປັນ​ເວລາ​ຫລາຍ​ສັດ​ຕະ​ວັດ. ມັນ​ຍັງ​ບັນ​ຈຸ​ປະຫວັດ​ສາດ​ຂອງ​ອັບ​ຣາ​ຮາມ ແລະ ຜູ້​ສືບ​ຕະ​ກຸນ​ຂອງ​ເພິ່ນ​ນຳ​ອີກ, ເລີ່ມ​ຈາກ​ອັບ​ຣາ​ຮາມ, ແລະ ພັນທະ​ສັນ​ຍາ, ຫລື ພຣະ​ຄຳ​ພີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໄວ້​ນຳ​ອັບ​ຣາ​ຮາມ ແລະ ລູກ​ຫລານ​ຂອງ​ເພິ່ນ.

ໜັງ​ສື​ຫ້າ​ເຫລັ້ມ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ເດີມ ທີ່​ຂຽນ​ໂດຍ​ໂມເຊ. ນັ້ນ​ຄື​ປະ​ຖົມ​ມະ​ການ, ອົບ​ພະ​ຍົບ, ລະບຽບ​ພວກ​ເລວີ, ຈົດ​ເຊັນ​ບັນ​ຊີ, ແລະ ພຣະ​ບັນ​ຍັດ​ສອງ. ປະ​ຖົມ​ມະ​ການ​ອ້າງ​ເຖິງ​ທີ່​ມາ​ຂອງ​ແຜ່ນ​ດິນ​ໂລກ, ມະນຸດ​ຊາດ, ພາ​ສາ, ເຊື້ອ​ຊາດ, ແລະ ການ​ເລີ່ມ​ຕົ້ນ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ.

ໜັງ​ສື​ປະຫວັດ​ສາດ​ບອກ​ເຖິງ​ເຫດ​ການ​ຕ່າງໆ​ຂອງ​ອິດສະ​ຣາເອນ. ໜັງ​ສື​ເຫລົ່າ​ນີ້​ຄື ໂຢ​ຊວຍ, ພວກ​ຜູ້​ປົກ​ຄອງ, ຣຸດ, 1 ແລະ 2 ຊາ​ມູ​ເອນ, 1 ແລະ 2 ກະສັດ, 1 ແລະ 2 ຂ່າວ​ຄາວ, ເອຊະຣາ, ເນເຫ​ມີຢາ, ແລະ ເອສະເທີ.

ປຶ້ມ​ກາບ​ກອນ ບັນ​ທຶກ​ປັນ​ຍາ ແລະ ວັນ​ນະ​ຄະ​ດີ​ຂອງ​ສາດ​ສະ​ດາ. ປຶ້ມ​ເຫລົ່າ​ນັ້ນ​ຄື ໂຢບ, ເພງ​ສັນ​ລະ​ເສີນ, ສຸ​ພາ​ສິດ, ປັນ​ຍາ​ຈານ, ຍອດ​ເພງ, ແລະ ເພງ​ຄ່ຳ​ຄວນ.

ສາດ​ສະ​ດາ​ໄດ້​ເຕືອນ​ຊາວ​ອິດສະ​ຣາເອນ​ເຖິງ​ຄວາມ​ຜິດ​ບາບ​ຂອງ​ຕົນ ແລະ ໄດ້​ເປັນ​ພະຍານ​ເຖິງ​ພອນ​ທີ່​ມາ​ຈາກ​ການ​ເຊື່ອ​ຟັງ. ພວກ​ເພິ່ນ​ໄດ້​ທຳ​ນາຍ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ຜູ້​ຈະ​ຊົດ​ໃຊ້​ສຳ​ລັບ​ຄວາມ​ຜິດ​ບາບ​ຂອງ​ຜູ້​ທີ່​ກັບ​ໃຈ, ຮັບ​ພິ​ທີ​ການ​ຕ່າງໆ, ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ໜັງ​ສື​ຂອງ​ສາດ​ສະ​ດາ​ແມ່ນ ເອຊາ​ຢາ, ເຢເຣ​ມີຢາ, ເອ​ເຊ​ກຽນ, ດາ​ນີ​ເອນ, ໂຮ​ເຊ​ອາ, ໂຢເອນ, ອາໂມ, ໂອບາ​ດີຢາ, ໂຢນາ, ມີກາ, ນາຮູມ, ຮາ​ບາ​ກຸກ, ເສຟາ​ນີຢາ, ຮັກກາຍ, ເຊກາ​ຣີຢາ, ແລະ ມາ​ລາ​ກີ.

ໜັງ​ສື​ພຣະ​ຄຳ​ພີ​ເດີມ​ສ່ວນ​ຫລາຍ​ໄດ້​ຖືກ​ຂຽນ​ເປັນ​ພາ​ສາ​ເຮັບເຣີ. ການ​ຂຽນ​ສ່ວນ​ໜ້ອຍ​ໜຶ່ງ​ເປັນ​ພາ​ສາ​ອາຣັບ ທີ່​ເປັນ​ພາ​ສາ​ຄ້າຍ​ຄື​ກັນ.

ພິມ