ສິ່ງ​ຊ່ວຍ​ສຶກ​ສາ
ໄຂ່​ມຸກ​ອັນ​ລ້ຳ​ຄ່າ


ໄຂ່​ມຸກ​ອັນ​ລ້ຳ​ຄ່າ

ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເປັນ​ເໝືອນ​ດັ່ງ “ໄຂ່​ມຸກ​ອັນ​ລ້ຳ​ຄ່າ” (ມທ 13:45–46).

ໄຂ່​ມຸກ​ອັນ​ລ້ຳ​ຄ່າ ເປັນ​ຊື່​ໜຶ່ງ​ຂອງ​ພຣະ​ຄຳ​ພີ​ສີ່​ເຫລັ້ມ ທີ່​ເອີ້ນ​ວ່າ “ໜັງ​ສື​ມາດ​ຕະ​ຖານ” ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ສະ​ບັບ​ທຳ​ອິດ​ໄດ້​ຖືກ​ຈັດ​ພິມ​ໃນ​ປີ 1851 ແລະ ບັນ​ຈຸ​ບາງ​ຕອນ ຊຶ່ງ​ເວ​ລາ​ນີ້​ມີ​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ສະ​ບັບ​ທີ່​ຈັດ​ພິມ ນັບ​ແຕ່​ປີ 1902 ບັນ​ຈຸ (1) ບົດ​ຄວາມ​ການ​ແປ​ຄວາມ​ໝາຍ​ພຣະ​ທຳ​ປະ​ຖົມ​ມະ​ການຂອງ​ໂຈ​ເຊັບ ສະ​ມິດ, ຖືກ​ເອີ້ນ​ວ່າ ໜັງ​ສື​ໂມ​ເຊ, ແລະ ໄດ້​ແປ​ມັດ​ທາຍ 24, ຊຶ່ງ​ຖືກ​ເອີ້ນ​ວ່າ ໂຈ​ເຊັບ ສະ​ມິດ—ມັດ​ທາຍ; (2) ການ​ແປ​ໜັງ​ສື​ເອ​ຢິບ​ໃນ​ເຈ້ຍ​ພາໄພລັດ​ຈຳ​ນວນ​ໜຶ່ງ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ເພິ່ນ​ໄດ້​ມັນ​ມາ​ໃນ​ປີ 1835, ຖືກ​ເອີ້ນ​ວ່າ ໜັງ​ສື​ອັບ​ຣາ​ຮາມ; (3) ບົດ​ຄວາມ​ຈາກ​ການ​ບັນ​ທຶກ​ຂອງ​ໂຈ​ເຊັບ ສະ​ມິດ ກ່ຽວກັບ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ເພິ່ນ​ໄດ້​ຂຽນ​ໃນ​ປີ 1838, ຖືກ​ເອີ້ນ​ວ່າ ໂຈ​ເຊັບ ສະ​ມິດ—ປະ​ຫວັດ; ແລະ (4) ຫລັກ​ແຫ່ງ​ຄວາມ​ເຊື່ອ, ສິບ​ສາມ​ຂໍ້​ແຫ່ງ​ຄວາມ​ເຊື່ອ ແລະ ຄຳ​ສອນ.

ພິມ