ເອຟະຣາອີມ
ໃນພຣະຄຳພີເດີມ, ລູກຊາຍຄົນທີສອງຂອງໂຢເຊັບກັບນາງອາເຊນັດ (ປຖກ 41:50–52; 46:20). ກົງກັນຂ້າມກັບຮີດຄອງປະເພນີ, ເອຟະຣາອີມໄດ້ຮັບສິດທິຂອງອ້າຍກົກ ແທນທີ່ຈະເປັນມານາເຊ, ຜູ້ເປັນອ້າຍ (ປຖກ 48:17–20). ເອຟະຣາອີມໄດ້ກາຍເປັນບັນພະບຸລຸດຂອງເຜົ່າເອຟະຣາອີມ.
ເຜົ່າຂອງເອຟະຣາອີມ
ເອຟະຣາອີມໄດ້ຮັບສິດທິຂອງອ້າຍກົກໃນອິດສະຣາເອນ (1 ຂຄ 5:1–2; ຢມຢ 31:9). ໃນຍຸກສຸດທ້າຍ ສິດທິພິເສດ ແລະ ໜ້າທີ່ຮັບຜິດຊອບແມ່ນທີ່ຈະດຳລົງຖານະປະໂລຫິດ, ນຳຂ່າວສານເລື່ອງການຟື້ນຟູພຣະກິດຕິຄຸນໄປໃຫ້ຊາວໂລກ, ແລະ ຍົກປ້າຍສັນຍານຂຶ້ນເພື່ອເຕົ້າໂຮມອິດສະຣາເອນ (ອຊຢ 11:12–13; 2 ນຟ 21:12–13). ລູກຫລານຂອງເອຟະຣາອີມຈະສວມລັດສະໝີພາບໃຫ້ຜູ້ທີ່ມາຈາກປະເທດທາງເໜືອ ທີ່ກັບມາໃນຍຸກສຸດທ້າຍ (ຄພ 133:26–34).
ກິ່ງງ່າຂອງເອຟະຣາອີມ ຫລື ໂຢເຊັບ
ບັນທຶກຂອງກຸ່ມໜຶ່ງຈາກເຜົ່າເອຟະຣາອີມ ທີ່ຖືກພາໜີຈາກເຢຣູຊາເລັມໄປຫາອາເມຣິກາປະມານ 600 ປີ ກ່ອນ ຄ.ສ. ບັນທຶກຂອງກຸ່ມນີ້ຖືກເອີ້ນວ່າ ກິ່ງງ່າຂອງເອຟະຣາອີມ ຫລື ໂຢເຊັບ, ຫລື ພຣະຄຳພີມໍມອນ. ກິ່ງງ່ານີ້ ແລະ ກິ່ງງ່າຂອງຢູດາ (ພຣະຄຣິສຕະທຳຄຳພີ) ຈະລວມກັນເປັນປະຈັກພະຍານເຖິງ ພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ, ການຟື້ນຄືນພຣະຊົນຂອງພຣະອົງ, ແລະ ວຽກງານທີ່ສັກສິດຂອງພຣະອົງໃນບັນດາສອງກິ່ງງ່າເຫລົ່ານີ້ຂອງເຊື້ອສາຍອິດສະຣາເອນ.