ອັບຣາຮາມ
ລູກຊາຍຂອງເຕຣາ, ເກີດໃນເມືອງອູເຣແຫ່ງເຄນເດຍ (ປຖກ 11:26, 31; 17:5). ສາດສະດາຂອງພຣະຜູ້ເປັນເຈົ້າ ຜູ້ຊຶ່ງພຣະຜູ້ເປັນເຈົ້າໄດ້ເຮັດພັນທະສັນຍານິລັນດອນໄວ້ກັບເພິ່ນ, ຊຶ່ງໂດຍຜ່ານເພິ່ນ ປະຊາຊາດທັງປວງຂອງແຜ່ນດິນໂລກຈະໄດ້ຮັບພອນ. ຊື່ດັ້ງເດີມຂອງອັບຣາຮາມແມ່ນ ອັບຣາມ.
ໜັງສືອັບຣາຮາມ
ເປັນບັນທຶກບູຮານທີ່ຖືກຂຽນໄວ້ໂດຍອັບຣາຮາມ ຊຶ່ງກາຍເປັນກຳມະສິດຂອງສາດສະໜາຈັກໃນປີ 1835. ບັນທຶກດັ່ງກ່າວ ແລະ ສົບທີ່ອາບຢາຈຳນວນໜຶ່ງໄດ້ຖືກຄົ້ນພົບເຫັນຢູ່ໃນຫ້ອງຝັງສົບໃຕ້ດິນຢູ່ປະເທດເອຢິບ ໂດຍແອນໂທນີໂອ ເລໂບໂລ, ຜູ້ໄດ້ເຮັດພິໄນກຳມອບໃຫ້ແກ່ໄມໂກ ແຊນເລີ. ທ່ານແຊນເລີໄດ້ຈັດສະແດງມັນໃນສະຫະລັດອາເມຣິກາໃນປີ 1835. ໝູ່ເພື່ອນຈຳນວນໜຶ່ງຂອງໂຈເຊັບ ສະມິດ ໄດ້ຊື້ມັນຈາກທ່ານແຊນເລີ ແລະ ໄດ້ມອບມັນໃຫ້ແກ່ສາດສະດາ, ຜູ້ໄດ້ແປມັນ. ປະຈຸບັນນີ້ ຈຳນວນໜຶ່ງຂອງບັນທຶກນີ້ມີຢູ່ໃນພຣະຄຳພີໄຂ່ມຸກອັນລ້ຳຄ່າ.
ບົດທີ 1 ບັນທຶກປະສົບການຂອງອັບຣາຮາມຢູ່ໃນເມືອງອູເຣແຫ່ງເຄນເດຍ, ບ່ອນທີ່ປະໂລຫິດທີ່ຊົ່ວຮ້າຍ ໄດ້ພະຍາຍາມຂ້າເພິ່ນເປັນເຄື່ອງຖວາຍ. ບົດທີ 2 ບອກເຖິງການເດີນທາງຂອງເພິ່ນໄປຫາການາອານ. ພຣະຜູ້ເປັນເຈົ້າໄດ້ມາປະກົດຕໍ່ເພິ່ນ ແລະ ໄດ້ເຮັດພັນທະສັນຍາກັບເພິ່ນ. ບົດທີ 3 ບັນທຶກວ່າອັບຣາຮາມໄດ້ເຫັນ ຈັກກະວານ ແລະ ຮູ້ຈັກຄວາມສຳພັນຂອງດາວພະເຄາະຕ່າງໆໃນຟ້າສະຫວັນ. ບົດທີ 4–5 ເປັນບັນທຶກອີກເຫລັ້ມໜຶ່ງຂອງການສ້າງ.
ເຊື້ອສາຍຂອງອັບຣາຮາມ
ຜູ້ທີ່ໄດ້ຮັບຄຳສັນຍາ ແລະ ພັນທະສັນຍາຕ່າງໆ ຊຶ່ງພຣະເຈົ້າໄດ້ເຮັດໄວ້ກັບອັບຣາຮາມ ໂດຍການເຊື່ອຟັງກົດ ແລະ ພິທີການແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຊາຍ ແລະ ຍິງ ສາມາດຮັບພອນເຫລົ່ານີ້ ຖ້າຫາກເຂົາເປັນທາຍາດໂດຍແທ້ຂອງອັບຣາຮາມ ຫລື ຖ້າຫາກເຂົາໄດ້ຖືກຮັບເຂົ້າຢູ່ໃນຄອບຄົວຂອງອັບຣາຮາມ ໂດຍການຮັບເອົາພຣະກິດຕິຄຸນ ແລະ ຮັບບັບຕິສະມາ (ຄລຕ 3:26–29; 4:1–7; ຄພ 84:33–34; 103:17; 132:30–32; ອຣຮ 2:9–11). ຜູ້ສືບຕະກຸນໂດຍແທ້ຂອງອັບຣາຮາມ ອາດສູນເສຍພອນຈາກການບໍ່ເຊື່ອຟັງ (ຣມ 4:13; 9:6–8).