ສິ່ງ​ຊ່ວຍ​ສຶກ​ສາ
ໂຢ​ຊວຍ


ໂຢ​ຊວຍ

ສາດ​ສະ​ດາ ແລະ ຜູ້​ນຳ​ໃນ​ພຣະ​ຄຳ​ພີ​ເດີມ, ແລະ ເປັນ​ຜູ້​ຮັບ​ຕຳ​ແໜ່ງ​ແທນ​ໂມເຊ. ເພິ່ນ​ໄດ້​ເກີດ​ຢູ່​ໃນ​ປະເທດ​ເອຢິບ​ກ່ອນ​ລູກ​ຫລານ​ຂອງ​ອິດສະ​ຣາເອນ​ລັກ​ໜີ​ໄປ (ຈບຊ 14:26–31). ເພິ່ນ​ພ້ອມ​ດ້ວຍ​ກາ​ເຫລັບ ໄດ້​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນັກ​ສືບ​ສິບ​ສອງ​ຄົນ ທີ່​ຖືກ​ສົ່ງ​ໄປ​ກາ​ນາ​ອານ. ເຂົາ​ເຈົ້າ​ສອງ​ຄົນ​ນີ້​ເທົ່າ​ນັ້ນ​ທີ່​ໄດ້​ໃຫ້​ການ​ລາຍ​ງານ​ດີ​ກ່ຽວ​ກັບ​ແຜ່ນ​ດິນ (ຈບຊ 13:8, 16–33; 14:1–10). ເພິ່ນ​ໄດ້​ເສຍ​ຊີວິດ​ໄປ​ຕອນ​ມີ​ອາຍຸ​ໄດ້ 110 ປີ (ຢຊ 24:29). ໂຢຊວຍ​ໄດ້​ເປັນ​ຕົວ​ຢ່າງ​ທີ່​ດີ​ຂອງ​ການ​ເປັນ​ສາດ​ສະ​ດາ​ນັກ​ຮົບ​ທີ່​ອຸທິດ​ຕົນ.

ພຣະ​ທຳ​ໂຢຊວຍ

ໜັງ​ສື​ເຫລັ້ມ​ນີ້​ຊື່​ວ່າ​ໂຢ​ຊວຍ​ເພາະ​ວ່າ ເພິ່ນ​ເປັນ​ຜູ້​ສຳ​ຄັນ​ໃນ​ໜັງ​ສື​ເຫລັ້ມ​ນີ້ ແລະ ບໍ່​ແມ່ນ​ເພາະ​ວ່າ​ເພິ່ນ​ເປັນ​ຜູ້​ຂຽນ. ບົດ​ທີ 1–12 ບັນ​ລະ​ຍາຍ​ການ​ຍຶດ​ເອົາ​ກາ​ນາ​ອານ; ບົດ​ທີ 13–24 ບອກ​ເຖິງ​ເຜົ່າ​ຕ່າງໆ​ຂອງ​ອິດສະ​ຣາເອນ​ທີ່​ໄດ້​ແບ່ງ​ແຍກ​ແຜ່ນ​ດິນ ແລະ ຄຳ​ແນະນຳ​ເທື່ອ​ສຸດ​ທ້າຍ​ຂອງ​ໂຢຊວຍ.

ສອງ​ຂໍ້​ທີ່​ເດັ່ນ​ຢູ່​ໃນ​ພຣະ​ທຳ​ໂຢຊວຍ ແມ່ນ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເພິ່ນ​ຕັ້ງ​ໃຈ​ຕຶກ​ຕອງ​ອ່ານ​ພຣະ​ຄຳ​ພີ (ຢຊ 1:8) ແລະ ຄຳ​ຮຽກ​ຮ້ອງ​ຂອງ​ໂຢຊວຍ ໃຫ້​ຜູ້​ຄົນ​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ (ຢຊ 24:15).

ພິມ