ເສຍສະລະ, ການເສຍສະລະ
ໃນສະໄໝບູຮານ, ການເສຍສະລະ ໝາຍເຖິງການເຮັດໃຫ້ບາງສິ່ງ ຫລື ບາງຄົນສັກສິດ. ຕອນນີ້ ມັນມີຄວາມໝາຍອີກວ່າ ການສະລະໄປ ຫລື ການທົນຮັບການສູນເສຍສິ່ງຂອງທາງໂລກ ເພື່ອພຣະຜູ້ເປັນເຈົ້າ ແລະ ອານາຈັກຂອງພຣະອົງ. ສະມາຊິກໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າຄວນເຕັມໃຈ ທີ່ຈະເສຍສະລະ ທຸກສິ່ງເພື່ອພຣະຜູ້ເປັນເຈົ້າ. ໂຈເຊັບ ສະມິດ ໄດ້ສອນວ່າ “ສາດສະໜາທີ່ບໍ່ຮຽກຮ້ອງການເສຍສະລະທຸກສິ່ງ ຈະບໍ່ມີວັນ ມີອຳນາດພຽງພໍທີ່ຈະສ້າງສັດທາອັນຈຳເປັນໃຫ້ແກ່ຊີວິດ ແລະ ຄວາມລອດ.” ໃນມຸມຂອງນິລັນດອນ, ພອນທີ່ໄດ້ຮັບໂດຍການເສຍສະລະ ເປັນສິ່ງທີ່ຍິ່ງໃຫຍ່ກວ່າທຸກສິ່ງ ທີ່ເຮົາໄດ້ປ່ອຍໄປ.
ຫລັງຈາກອາດາມ ແລະ ເອວາ ໄດ້ຖືກຂັບໄລ່ອອກຈາກສວນເອເດນ, ພຣະຜູ້ເປັນເຈົ້າໄດ້ປະທານກົດແຫ່ງການເສຍສະລະໃຫ້ເຂົາເຈົ້າ. ກົດນີ້ລວມທັງການຖວາຍລູກຫົວປີຂອງສັດແຕ່ລະຊະນິດ. ການເສຍສະລະນີ້ ເປັນເຄື່ອງໝາຍເຖິງການເສຍສະລະ ທີ່ຈະຖືກກະທຳໂດຍພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ (ມຊ 5:4–8). ການປະຕິບັດນີ້ ໄດ້ສືບຕໍ່ຈົນເຖິງເວລາພຣະເຢຊູຄຣິດສິ້ນພຣະຊົນ, ຊຶ່ງໄດ້ຢຸດຕິການມອບສັດເປັນເຄື່ອງຖວາຍ ຕາມພິທີການຂອງພຣະກິດຕິຄຸນ (ແອວ 34:13–14). ໃນສາດສະໜາຈັກ ທຸກວັນນີ້ ສະມາຊິກຮັບສ່ວນສິນລະລຶກ ທີ່ເປັນເຂົ້າຈີ່ ແລະ ນ້ຳ ໃນການລະນຶກເຖິງການເສຍສະລະຂອງພຣະເຢຊູຄຣິດ. ສະມາຊິກຂອງສາດສະໜາຈັກຂອງພຣະຄຣິດ ທຸກວັນນີ້ ກໍຖືກຂໍໃຫ້ເສຍສະລະໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ນຳອີກ (3 ນຟ 9:19–22). ນີ້ໝາຍຄວາມວ່າ ເຂົາເຈົ້າຖ່ອມຕົວ, ເປັນຄົນທີ່ກັບໃຈ, ແລະ ເຕັມໃຈທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ.