ສິ່ງ​ຊ່ວຍ​ສຶກ​ສາ
ເຮ​ໂຣດ


ເຮ​ໂຣດ

ຄອບ​ຄົວ​ຂອງ​ເຈົ້າ​ເມືອງ​ໃນ​ຢູ​ດາຍ​ໃກ້​ສະ​ໄໝ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຂົາ​ເຈົ້າ​ເປັນ​ບຸກ​ຄົນ​ທີ່​ສຳ​ຄັນ​ໃນ​ເຫດ​ການ​ຫລາຍ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ພຣະ​ຄຳ​ພີ​ໃໝ່. ຄອບ​ຄົວ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໂດຍ​ກະ​ສັດ​ເຮ​ໂຣດ, ຜູ້​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ຕໍ່​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ມທ 2:3) ແລະ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຂ້າ​ເດັກ​ແດງ​ທາ​ລົກ​ທັງ​ໝົດ​ຢູ່​ໃນ​ເບັດ​ເລ​ເຮັມ. ພວກ​ລູກ​ຊາຍ​ຂອງ​ເພິ່ນ​ລວມ​ທັງ ອາ​ຣິ​ສະ​ໂຕ​ບູ​ໂລ; ເຮ​ໂຣດ ຟີ​ລິບ (ມທ 14:3; ມຣກ 6:17); ເຮ​ໂຣດ ອັນ​ຕິ​ປາ, ຜູ້​ປົກ​ຄອງ (ມທ 14:1; ລກ 9:7; ຮູ້​ຈັກ​ກັນ​ວ່າ ກະ​ສັດ​ເຮ​ໂຣດ​ນຳ​ອີກ, ມຣກ 6:14); ອາເຄ​ລາວ (ມທ 2:22); ແລະ ຟີ​ລິບ, ຜູ້​ປົກ​ຄອງ​ເຂດ​ແດນ​ອີ​ຕູ​ຣາຍ (ລກ 3:1). ເຮ​ໂຣດ ອັກ​ຄຣີ​ປາ ອົງ ທີ​ໜຶ່ງ (ກຈກ 12:1–23) ແລະ ນ້ອງ​ສາວ​ຂອງ​ເພິ່ນຊື່ ເຮ​ໂຣ​ເດຍ (ມທ 14:3; ມຣກ 6:17) ເປັນ​ລູກ​ຂອງ ອາ​ຣິ​ສະ​ໂຕ​ບູ​ໂລ. ເຮ​ໂຣດ ອັກ​ຄຣີ​ປາ ອົງ​ທີ​ໜຶ່ງ ມີ​ລູກ​ຫລາຍ​ຄົນ​ຄື​ກັນ​ທີ່​ໄດ້​ກ່າວ​ເຖິງ​ໃນ​ພຣະ​ຄຳ​ພີ​ໃໝ່, ລວມ​ທັງ​ເຮ​ໂຣດ ອັກ​ຄຣີ​ປາ ອົງ​ທີ​ສອງ (ກຈກ 25:13), ເບ​ນິ​ເກ (ກຈກ 25:13), ແລະ ດູ​ຊິນ​ລາ, ເມຍ​ຂອງ​ເຟ​ລິກ (ກຈກ 24:24).

ພິມ