ສິ່ງ​ຊ່ວຍ​ສຶກ​ສາ
ເຢເຊເບນ


ເຢເຊເບນ

ຜູ້​ຍິງ​ທີ່​ຊົ່ວ​ຮ້າຍ​ໃນ​ພຣະ​ຄຳ​ພີ​ເດີມ​ຈາກ​ແຜ່ນ​ດິນ​ໂປນີເຊຍ. ນາງ​ເປັນ​ເມຍ​ຂອງ​ອາຮາບ (1 ກສ 16:30–31), ກະສັດ​ຂອງ​ອິດສະ​ຣາເອນ​ຜູ້​ໄດ້​ປົກ​ຄອງ​ໃນ​ລະຫວ່າງ​ທີ່​ເອລີ​ຢາ​ເປັນ​ສາດ​ສະ​ດາ.

ການ​ແຕ່ງ​ງານ​ຂອງ​ເຢເຊເບນ​ກັບ​ອາຮາບ, ຍິ່ງ​ໄປ​ກວ່າ​ເຫດ​ການ​ອື່ນໆ​ທີ່​ໄດ້​ເກີດ​ຂຶ້ນ​ຜ່ານ​ມາ, ໄດ້​ນຳ​ຄວາມ​ຫລົ້ມ​ຈົມ​ມາ​ສູ່​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດສະ​ຣາເອນ; ເຢເຊເບນ​ໄດ້​ແນະນຳ​ການ​ນະມັດ​ສະການ​ຮູບ​ບູຊາ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ແກ່​ຊາວ​ອິດສະ​ຣາເອນ ຈາກ​ແຜ່ນ​ດິນ​ຂອງ​ນາງ ແທນ​ການ​ນະມັດ​ສະການ​ພຣະ​ເຢ​ໂຮ​ວາ (1 ກສ 18:13, 19).

ພິມ