ຄາດຕະກຳ, ການຄາດຕະກຳ ເບິ່ງ ກາອິນ; ໂທດປະຫານຊີວິດ ນຳອີກ ການຂ້າຄົນດ້ວຍເຈດຕະນາ ແລະ ບໍ່ຍຸດຕິທຳ. ການຄາດຕະກຳເປັນການບາບທີ່ກ່າວໂທດນັບແຕ່ດຶກດຳບັນ (ປຖກ 4:1–12; ມຊ 5:18–41). ຜູ້ໃດກໍຕາມທີ່ຂ້າເພື່ອນມະນຸດ ກໍຈະຖືກເພື່ອນມະນຸດຄົນອື່ນຂ້າເໝືອນກັນ, ປຖກ 9:6 (ປຈສ, ປຖກ 9:12–13; ອພຍ 21:12; ແອວ 34:12). ຢ່າຂ້າຄົນ, ອພຍ 20:13 (ພບຍ 5:17; ມທ 5:21–22; ມຊຢ 13:21; ຄພ 59:6). ພຣະເຢຊູໄດ້ກ່າວວ່າ, ຢ່າຂ້າຄົນ, ມທ 19:18. ຜູ້ຂ້າຄົນຈະໄດ້ຮັບພາກສ່ວນຂອງເຂົາໃນຄວາມຕາຍຄັ້ງທີສອງ, ພນມ 21:8. ພວກເຈົ້າຈຶ່ງມີໃຈເປັນຄາດຕະກອນ, 1 ນຟ 17:44. ວິບັດແກ່ຄາດຕະກອນທີ່ຂ້າຄົນໂດຍເຈດຕະນາ, 2 ນຟ 9:35. ພຣະຜູ້ເປັນເຈົ້າໄດ້ບັນຊາວ່າ ມະນຸດຈະບໍ່ເຮັດການຄາດຕະກຳ, 2 ນຟ 26:32. ການຄາດຕະກຳເປັນສິ່ງທີ່ໜ້າກຽດຊັງຕໍ່ພຣະຜູ້ເປັນເຈົ້າ, ແອວ 39:5–6. ຄົນທີ່ຂ້າຄົນຈະບໍ່ໄດ້ຮັບການໃຫ້ອະໄພ, ຄພ 42:18. ຄົນໃດທີ່ຂ້າຄົນຈະຖືກສົ່ງໄປຕາມກົດໝາຍຂອງແຜ່ນດິນ, ຄພ 42:79.