ວິນຍານ
ພາກສ່ວນນັ້ນຂອງການເປັນຢູ່ກ່ອນມາເກີດໃນໂລກມະຕະ, ໄດ້ມາຢູ່ໃນຮ່າງກາຍທີ່ມີເນື້ອໜັງ ໃນໄລຍະຊ່ວງມະຕະ, ແລະ ເປັນຢູ່ຫລັງຈາກຄວາມຕາຍ ຊຶ່ງເປັນຕົນຕົວຈົນເຖິງການຟື້ນຄືນຊີວິດ. ທຸກສິ່ງທີ່ມີຊີວິດຢູ່—ມະນຸດຊາດ, ສັດສາວາສິ່ງ, ແລະ ພືດພັນ—ເຄີຍເປັນວິນຍານ ກ່ອນຊີວິດໃດໆ ເກີດຂຶ້ນໃນໂລກນີ້ (ປຖກ 2:4–5; ມຊ 3:4–7). ຮ່າງກາຍທີ່ເປັນວິນຍານ ມີລັກສະນະທີ່ຄ້າຍຄືກັນກັບຮ່າງກາຍທີ່ມີເນື້ອໜັງ (1 ນຟ 11:11; ອທ 3:15–16; ຄພ 77:2; 129). ວິນຍານເປັນສານ, ແຕ່ມັນລະອຽດ ແລະ ບໍລິສຸດກວ່າ ວັດຖຸ ຫລື ສານທີ່ເປັນມະຕະໃດໆ (ຄພ 131:7).
ທຸກຄົນເປັນບຸດ ແລະ ທິດາແທ້ໆຂອງພຣະເຈົ້າ, ທີ່ໄດ້ເກີດເປັນວິນຍານນຳບິດາມານດານແຫ່ງສະຫວັນ ກ່ອນໄດ້ມາເກີດນຳພໍ່ແມ່ມະຕະຢູ່ໃນແຜ່ນດິນໂລກ (ຮຣ 12:9). ແຕ່ລະຄົນຢູ່ເທິງແຜ່ນດິນໂລກ ມີວິນຍານທີ່ເປັນອະມະຕະ ນອກເໜືອໄປຈາກຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກ. ດັ່ງທີ່ບາງເທື່ອໄດ້ຖືກອະທິບາຍໃນພຣະຄຳພີ, ວິນຍານ ແລະ ຮ່າງກາຍ ທັງສອງຮ່ວມເຂົ້າເປັນຈິດວິນຍານ (ປຖກ 2:7; ຄພ 88:15; ມຊ 3:7, 9, 19; ອຣຮ 5:7). ວິນຍານສາມາດມີຊີວິດຢູ່ປາດສະຈາກຮ່າງກາຍ, ແຕ່ຮ່າງກາຍບໍ່ສາມາດມີຊີວິດຢູ່ປາດສະຈາກວິນຍານ (ຢກບ 2:26). ຄວາມຕາຍທາງຮ່າງກາຍ ເປັນການແຍກວິນຍານອອກຈາກຮ່າງກາຍ. ໃນການຟື້ນຄືນຊີວິດ, ວິນຍານຈະຮ່ວມເຂົ້າກັບຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກ ທີ່ມັນເຄີຍເປັນໃນຊ່ວງມະຕະ, ໂດຍມີຄວາມແຕກຕ່າງທີ່ສຳຄັນຢູ່ສອງຢ່າງ: ມັນຈະບໍ່ແຍກອອກຈາກກັນອີກຈັກເທື່ອ, ແລະ ຮ່າງກາຍທີ່ເປັນເນື້ອໜັງ ຈະເປັນອະມະຕະ ແລະ ດີພ້ອມທຸກຢ່າງ (ແອວ 11:45; ຄພ 138:16–17).