ເອຊາຢາ
ສາດສະດາໃນພຣະຄຳພີເດີມຜູ້ໄດ້ທຳນາຍຈາກ 740–701 ປີ ກ່ອນ ຄ.ສ. ໃນຖານະທີ່ເປັນທີ່ປຶກສາຄົນສຳຄັນຂອງກະສັດເຮເຊກີຢາ, ເອຊາຢາມີອິດທິພົນຫລາຍທາງສາດສະໜາ ແລະ ທາງການເມືອງ.
ພຣະເຢຊູໄດ້ອ້າງເຖິງເອຊາຢາເລື້ອຍໆຫລາຍກວ່າພຣະອົງອ້າງເຖິງສາດສະດາຄົນອື່ນໆ. ເອຊາຢາກໍຖືກອ້າງເຖິງເລື້ອຍໆເໝືອນກັນໂດຍ ເປໂຕ, ໂຢຮັນ, ແລະ ໂປໂລ ໃນພຣະຄຳພີໃໝ່. ພຣະຄຳພີມໍມອນ ແລະ ຄຳສອນ ແລະ ພັນທະສັນຍາ ບັນຈຸຂໍ້ຄວາມຈາກເອຊາຢາຫລາຍກວ່າສາດສະດາຄົນອື່ນໆ ແລະ ໃຫ້ຄວາມຊ່ວຍເຫລືອໄດ້ຫລາຍໃນການຕີຄວາມໝາຍຄຳຂອງເອຊາຢາ. ນີໄຟໄດ້ສິດສອນຜູ້ຄົນຂອງເພິ່ນຈາກການຂຽນຂອງ ເອຊາຢາ (2 ນຟ 12–24; ອຊຢ 2–14). ພຣະຜູ້ເປັນເຈົ້າໄດ້ບອກຊາວນີໄຟວ່າ “ຖ້ອຍຄຳຂອງເອຊາຢາຍິ່ງໃຫຍ່” ແລະ ວ່າທຸກສິ່ງທີ່ເອຊາຢາໄດ້ທຳນາຍໄວ້ຈະສຳເລັດຄົບຖ້ວນ (3 ນຟ 23:1–3).
ພຣະທຳເອຊາຢາ
ໜັງສືເຫລັ້ມໜຶ່ງໃນພຣະຄຳພີເດີມ. ຄຳທຳນາຍຢ່າງຫລວງຫລາຍຂອງເອຊາຢາກ່ຽວຂ້ອງກັບການສະເດັດມາຂອງພຣະຜູ້ໄຖ່, ທັງການປະຕິບັດສາດສະໜາກິດຢູ່ໃນໂລກຂອງພຣະອົງ (ອຊຢ 9:6) ແລະ ໃນຖານະທີ່ເປັນກະສັດທີ່ຍິ່ງໃຫຍ່ໃນວັນສຸດທ້າຍ (ອຊຢ 63). ເພິ່ນໄດ້ທຳນາຍໄວ້ຢ່າງຫລວງຫລາຍກ່ຽວກັບອະນາຄົດຂອງອິດສະຣາເອນນຳອີກ.
ບົດທີ 1 ເປັນບົດນຳສຳລັບໜັງສືເຫລັ້ມນີ້ທັງເຫລັ້ມ. ເອຊາຢາ 7:14; 9:6–7; 11:1–5; 53; ແລະ 61:1–3 ເປັນສັນຍານລ່ວງໜ້າເຖິງພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດ. ບົດທີ 2, 11, 12, ແລະ 35 ກ່ຽວຂ້ອງກັບເຫດການໃນຍຸກສຸດທ້າຍ, ເມື່ອພຣະກິດຕິຄຸນຈະໄດ້ຮັບການຟື້ນຟູຄືນມາໃໝ່, ອິດສະຣາເອນຈະຖືກເຕົ້າໂຮມ, ແລະ ແຜ່ນດິນທີ່ແຫ້ງແລ້ງຈະອອກດອກດັ່ງກຸຫລາບ. ບົດທີ 29 ບັນຈຸຄຳທຳນາຍຂອງການອອກມາຂອງພຣະຄຳພີມໍມອນ (2 ນຟ 27). ບົດທີ 40–46 ປະກາດຄວາມເລີດລ້ຳຂອງພຣະເຢໂຮວາ ໃນຖານະເປັນພຣະເຈົ້າທີ່ແທ້ຈິງ ເໜືອພຣະປອມທີ່ເປັນຮູບບູຊາຂອງຜູ້ນະມັດສະການນອກສາດສະໜາ. ສ່ວນບົດທີ, 47–66, ກ່ຽວຂ້ອງກັບເຫດການຕ່າງໆໃນການຟື້ນຟູອິດສະຣາເອນເທື່ອສຸດທ້າຍ ແລະ ການສະຖາປະນາຊີໂອນ, ໂດຍມີພຣະຜູ້ເປັນເຈົ້າສະຖິດຢູ່ໃນບັນດາຜູ້ຄົນຂອງພຣະອົງ.