ສິ່ງ​ຊ່ວຍ​ສຶກ​ສາ
ເປ​ໂຕ


ເປ​ໂຕ

ໃນ​ພຣະ​ຄຳ​ພີ​ໃໝ່, ແຕ່​ກ່ອນ​ເປ​ໂຕ​ມີ​ຊື່​ວ່າ ຊີ​ເມ​ໂອນ ຫລື ຊີ​ໂມນ (2 ປຕ 1:1), ຊາວ​ປະ​ມຸງ​ແຫ່ງ​ເບັດ​ຊາ​ອີ​ດາ ອາ​ໄສ​ຢູ່​ກາ​ເປ​ນາ​ອູມ​ກັບ​ເມຍ​ຂອງ​ລາວ. ພຣະ​ເຢ​ຊູ​ໄດ້​ປິ່ນ​ປົວ​ແມ່​ເຖົ້າ​ຂອງ​ເປ​ໂຕ (ມຣກ 1:29–31). ເປ​ໂຕ​ໄດ້​ຖືກ​ເອີ້ນ ພ້ອມ​ກັບ​ອັນ​ເດ​ອາ ນ້ອງ​ຊາຍ​ຂອງ​ລາວ ໃຫ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ (ມທ 4:18–22; ມຣກ 1:16–18; ລູ​ກາ 5:1–11). ຊື່​ອາ​ຣັບ​ຂອງ​ລາວ, ເກຟາ, ໝາຍ​ເຖິງ “ຜູ້​ພະ​ຍາ​ກອນ” ຫລື “ຫີນ,” ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ໃຫ້​ລາວ (ຢຮ 1:40–42; ປຈສ, ຢຮ 1:42 [ພາກ​ຫ້ອຍ​ທ້າຍ]). ເຖິງ​ແມ່ນ​ວ່າ​ພຣະ​ຄຳ​ພີ​ໃໝ່​ໄດ້​ກ່າວ​ເຖິງ​ຄວາມ​ອ່ອນ​ແອ​ທາງ​ໂລກ​ຂອງ​ເປ​ໂຕ, ແຕ່​ມັນ​ກໍ​ສະ​ແດງ​ໃຫ້​ເຫັນ​ນຳ​ອີກ​ວ່າ ລາວ​ໄດ້​ເອົາ​ຊະ​ນະ​ມັນ ແລະ ໄດ້​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ຜ່ານ​ສັດ​ທາ​ຂອງ​ລາວ​ໃນ​ພຣະ​ເຢ​ຊູ​ຄຣິດ.

ເປ​ໂຕ​ໄດ້​ສາ​ລະ​ພາບ​ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ ແລະ ພຣະ​ບຸດ​ຂອງ​ພຣະ​ເຈົ້າ (ຢຮ 6:68–69), ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ລາວ​ໃຫ້​ຖື​ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ ຢູ່​ເທິງ​ແຜ່ນ​ດິນ​ໂລກ (ມທ 16:13–19). ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ສະ​ພາບ, ເປ​ໂຕ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕອນ​ພຣະ​ອົງ​ປ່ຽນ​ລັກ​ສະ​ນະ, ເຊັ່ນ​ດຽວ​ກັບ​ໂມ​ເຊ ແລະ ອີ​ລາຍ (ເອ​ລີ​ຢາ) (ມທ 17:1–9).

ເປ​ໂຕ​ໄດ້​ເປັນ​ອັກ​ຄະ​ສາ​ວົກ​ຊັ້ນ​ຜູ້​ໃຫຍ່​ໃນ​ສະ​ໄໝ​ຂອງ​ລາວ. ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ການ​ສະ​ເດັດ​ຂຶ້ນ​ສະ​ຫວັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ລາວ​ໄດ້​ເອີ້ນ​ສາດ​ສະ​ໜາ​ຈັກ​ໃຫ້​ມາ​ຮ່ວມ​ກັນ ແລະ ໄດ້​ເອີ້ນ​ຄົນ​ໃໝ່​ໃຫ້​ເປັນ​ອັກ​ຄະ​ສາ​ວົກ​ແທນ​ຢູ​ດາ ອິ​ສະ​ກາ​ຣິ​ອົດ (ກຈກ 1:15–26). ເປ​ໂຕ ແລະ ໂຢ​ຮັນ ໄດ້​ປິ່ນ​ປົວ​ຄົນ​ເປ້ຍ​ລ່ອຍ​ມາ​ແຕ່​ເກີດ (ກຈກ 3:1–16) ແລະ ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ຢ່າງ​ມະ​ຫັດ​ສະ​ຈັນ (ກຈກ 5:11–29; 12:1–19). ຜ່ານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເປ​ໂຕ, ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ໄດ້​ເປີດ​ແກ່​ຄົນ​ຕ່າງ​ຊາດ​ເປັນ​ເທື່ອ​ທຳ​ອິດ (ກຈກ 10–11). ໃນຍຸກ​ສຸດ​ທ້າຍ, ເປ​ໂຕ, ພ້ອມ​ດ້ວຍ​ຢາ​ໂກ​ໂບ ແລະ ໂຢ​ຮັນ, ໄດ້​ລົງ​ມາ​ຈາກ​ສະ​ຫວັນ ແລະ ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຂໍ​ກະ​ແຈ​ໃນ​ນັ້ນ ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ (ຄພ 27:12–13; 128:20).

ສານ​ສະ​ບັບ​ທຳ​ອິດ​ຂອງ​ເປ​ໂຕ

ສານ​ສະ​ບັບ​ທຳ​ອິດ ໄດ້​ຖືກ​ຂຽນ​ຈາກ “ບາ​ບີ​ໂລນ” (ບາງ​ທີ ກຸງ​ໂຣມ) ແລະ ໄດ້​ຖືກ​ສົ່ງ​ໄປ​ຫາ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃນ​ເຂດ​ທີ່​ທຸກ​ວັນ​ນີ້​ເອີ້ນ​ວ່າ ເອ​ເຊຍ ມາຍ​ເນີ ບໍ່​ດົນ​ຫລັງ​ຈາກ ເນ​ໂຣ ໄດ້​ເລີ່ມ​ຕົ້ນ​ຂົ່ມ​ເຫັງ​ຊາວ​ຄຣິດ​ສະ​ຕຽນ.

ບົດ​ທີ 1 ກ່າວ​ເຖິງ​ບົດ​ບາດ​ທີ່​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຂອງ​ພຣະ​ຄຣິດ ໃນ​ຖາ​ນະ​ເປັນ​ພຣະ​ຜູ້​ໄຖ່. ບົດ​ທີ 2–3 ອະ​ທິ​ບາຍ​ວ່າ ພຣະ​ຄຣິດ​ເປັນ​ຫີນ​ເສົາ​ເອກ​ຂອງ​ສາດ​ສະ​ໜາ​ຈັກ, ວ່າ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຫລວງ, ແລະ ວ່າ​ພຣະ​ຄຣິດ​ໄດ້​ສັ່ງ​ສອນ​ດວງ​ວິນ​ຍານ​ຢູ່​ໃນ​ຄຸກ. ບົດ​ທີ 4–5 ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ຖືກ​ສິດ​ສອນ​ໃຫ້​ແກ່​ຄົນ​ຕາຍ ແລະ ວ່າ​ເປັນ​ຫຍັງ​ພວກ​ແອວ​ເດີ​ຕ້ອງ​ລ້ຽງ​ດູ​ຝູງ​ແກະ.

ສານ​ສະ​ບັບ​ທີ​ສອງ​ຂອງ​ເປ​ໂຕ

ບົດ​ທີ 1 ຊັກ​ຊວນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ແນ່​ໃຈ​ເລື່ອງ​ການ​ເອີ້ນ ແລະ ການ​ເລືອກ. ບົດ​ທີ 2 ເຕືອນ​ຕ້ານ​ຄູ​ສອນ​ປອມ. ບົດ​ທີ 3 ກ່າວ​ເຖິງ​ຍຸກ​ສຸດ​ທ້າຍ ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ.