ໂຢຮັນ, ລູກຊາຍຂອງເຊເບດາຍ
ໜຶ່ງໃນຈຳນວນອັກຄະສາວົກສິບສອງຄົນໃນພຣະຄຳພີໃໝ່, ລູກຊາຍຂອງເຊເບດາຍ, ແລະ ເປັນນ້ອງຊາຍຂອງຢາໂກໂບ. ແຕ່ກ່ອນລາວເຄີຍເປັນນັກປະມຸງ (ມຣກ 1:17–20). ບາງທີລາວອາດເປັນສານຸສິດທີ່ບໍ່ບອກຊື່ ຊຶ່ງໂຢຮັນບັບຕິສະໂຕໄດ້ກ່າວເຖິງໃນ ໂຢຮັນ 1:40. ຕໍ່ມາລາວໄດ້ຖືກເອີ້ນໃຫ້ເປັນສານຸສິດຂອງພຣະເຢຊູຄຣິດ (ມທ 4:21–22; ລກ 5:1–11). ລາວໄດ້ຂຽນພຣະກິດຕິຄຸນຂອງໂຢຮັນ, ສານສາມສະບັບ, ແລະ ພຣະທຳພຣະນິມິດ. ລາວເປັນຄົນໜຶ່ງທີ່ໄດ້ຢູ່ນຳພຣະຜູ້ເປັນເຈົ້າ ຕອນໂຜດລູກສາວຂອງຢາອີໂຣໃຫ້ຄືນມີຊີວິດ (ມຣກ 5:35–42), ຕອນຢູ່ເທິງພູແຫ່ງການປ່ຽນສະພາບ (ມທ 17:1–9), ແລະ ໃນສວນເຄັດເຊມາເນ (ມທ 26:36–46). ໃນການຂຽນຂອງລາວເອງ, ລາວໄດ້ກ່າວເຖິງຕົນເອງວ່າເປັນສານຸສິດ ຜູ້ຊຶ່ງພຣະເຢຊູຮັກ (ຢຮ 13:23; 21:20) ແລະ ເປັນ “ສານຸສິດອີກຄົນໜຶ່ງ” (ຢຮ 20:2–8). ພຣະເຢຊູໄດ້ເອີ້ນລາວ ແລະ ອ້າຍຂອງລາວວ່າ ໂບອະເນເຄ, “ລູກຟ້າຮ້ອງ” (ມຣກ 3:17). ມີຂໍ້ອ້າງອີງກ່ຽວກັບລາວເລື້ອຍໆຢູ່ໃນເລື່ອງລາວກ່ຽວກັບການຄຶງ ແລະ ການຟື້ນຄືນພຣະຊົນ (ລກ 22:8; ຢຮ 18:15; 19:26–27; 20:2–8; 21:1–2). ຕໍ່ມາໂຢຮັນໄດ້ຖືກເນລະເທດໄປຢູ່ເກາະປັດໂມ, ບ່ອນທີ່ລາວໄດ້ຂຽນ ພຣະທຳພຣະນິມິດ (ພນມ 1:9).
ໂຢຮັນຖືກກ່າວເຖິງເລື້ອຍໆໃນການເປີດເຜີຍຍຸກສຸດທ້າຍ (1 ນຟ 14:18–27; 3 ນຟ 28:6; ອທ 4:16; ຄພ 7; 27:12; 61:14; 77; 88:141). ເລື່ອງລາວເຫລົ່ານີ້ຢືນຢັນບັນທຶກພຣະຄຳພີຂອງໂຢຮັນ ແລະ ໃຫ້ຄວາມຮູ້ແຈ້ງກ່ຽວກັບຄວາມດີເດັ່ນຂອງລາວ ແລະ ຄວາມສຳຄັນຂອງວຽກງານຂອງພຣະຜູ້ເປັນເຈົ້າທີ່ມີໃຫ້ລາວເຮັດຢູ່ເທິງແຜ່ນດິນໂລກໃນສະໄໝຂອງພຣະຄຳພີໃໝ່ ແລະ ໃນຍຸກສຸດທ້າຍ. ພຣະຄຳພີຍຸກສຸດທ້າຍໄດ້ໃຫ້ຄວາມແຈ່ມແຈ້ງວ່າ ໂຢຮັນບໍ່ໄດ້ຕາຍ ແຕ່ໄດ້ຖືກອະນຸຍາດໃຫ້ມີຊີວິດຢູ່ເທິງແຜ່ນດິນໂລກຕໍ່ໄປ ເປັນຜູ້ຮັບໃຊ້ປະຕິບັດສາດສະໜາກິດ ຈົນເຖິງເວລາຂອງການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ (ຢຮ 21:20–23; 3 ນຟ 28:6–7; ຄພ 7).
ສານຂອງໂຢຮັນ
ເຖິງແມ່ນວ່າຜູ້ຂຽນສານສາມສະບັບເຫລົ່ານີ້ບໍ່ໄດ້ບອກຊື່ຂອງຕົນ, ແຕ່ວິທີການຂຽນບົ່ງບອກວ່າຕ້ອງເປັນອັກຄະສາວົກໂຢຮັນຢ່າງແນ່ນອນ ທີ່ໄດ້ຂຽນສານເຫລົ່ານັ້ນ.
1 ໂຢຮັນ 1 ໄດ້ຕັກເຕືອນໄພ່ພົນຂອງພຣະເຈົ້າໃຫ້ມີຄວາມສຳພັນກັບພຣະເຈົ້າ. ບົດທີ 2 ເນັ້ນໜັກວ່າໄພ່ພົນຮູ້ຈັກພຣະເຈົ້າໂດຍການເຊື່ອຟັງ ແລະ ແນະນຳພວກເຂົາບໍ່ໃຫ້ຮັກໂລກ. ບົດທີ 3 ຂໍໃຫ້ທຸກຄົນກາຍເປັນລູກພຣະເຈົ້າ ແລະ ຮັກຊຶ່ງກັນແລະກັນ. ບົດທີ 4 ອະທິບາຍວ່າ ພຣະເຈົ້າເປັນຄວາມຮັກ ແລະ ສະຖິດຢູ່ໃນຄົນທີ່ຮັກພຣະອົງ. ບົດທີ 5 ອະທິບາຍວ່າ ໄພ່ພົນຂອງພຣະເຈົ້າໄດ້ເກີດຈາກພຣະເຈົ້າ ຜ່ານຄວາມເຊື່ອໃນພຣະຄຣິດ.
2 ໂຢຮັນ ແມ່ນຄ້າຍຄືກັນກັບ 1 ໂຢຮັນ. ໃນນັ້ນ ໂຢຮັນຊື່ນຊົມເພາະສັດທາຂອງລູກຫລານຂອງ “ສຸພາບສະຕີທີ່ຖືກເລືອກໄວ້.”
3 ໂຢຮັນ ຍ້ອງຍໍຄົນໜຶ່ງຊື່ວ່າ ຄາໂຢ ສຳລັບຄວາມຊື່ສັດ ແລະ ຄວາມຊ່ວຍເຫລືອຂອງລາວຕໍ່ຜູ້ທີ່ຮັກຄວາມຈິງ.
ພຣະກິດຕິຄຸນຂອງໂຢຮັນ
ໃນພຣະຄຳພີໃໝ່, ອັກຄະສາວົກໂຢຮັນເປັນພະຍານວ່າ (1) ພຣະເຢຊູຄືພຣະຄຣິດ ຫລື ພຣະເມຊີອາ, ແລະ (2) ພຣະເຢຊູເປັນພຣະບຸດຂອງພຣະເຈົ້າ (ຢຮ 20:31). ພາບທີ່ມາຈາກຊີວິດຂອງພຣະເຢຊູ ທີ່ລາວບັນຍາຍໄດ້ຖືກເລືອກ ແລະ ຮຽບຮຽງຢ່າງລະມັດລະວັງ ດ້ວຍຈຸດປະສົງນີ້. ໜັງສືເລີ່ມຕົ້ນໂດຍການກ່າວເຖິງສະຖານະຂອງພຣະຄຣິດກ່ອນມະຕະ: ພຣະອົງໄດ້ຢູ່ນຳພຣະເຈົ້າ, ພຣະອົງໄດ້ເປັນພຣະເຈົ້າ, ແລະ ພຣະອົງໄດ້ເປັນພຣະຜູ້ສ້າງທຸກສິ່ງທັງປວງ. ພຣະອົງໄດ້ກຳເນີດໃນເນື້ອໜັງໃນຖານະພຣະບຸດອົງດຽວທີ່ຖືກຳເນີດຈາກພຣະບິດາ. ໂຢຮັນໄດ້ຕິດຕາມເບິ່ງການປະຕິບັດສາດສະໜາກິດຂອງພຣະເຢຊູ, ເນັ້ນໜັກຫລາຍກ່ຽວກັບຄວາມເປັນພຣະເຈົ້າຂອງພຣະອົງ ແລະ ການຟື້ນຄືນພຣະຊົນຂອງພຣະອົງ. ລາວໄດ້ຢືນຢັນຢ່າງແຈ່ມແຈ້ງວ່າ ພຣະເຢຊູເປັນພຣະບຸດຂອງພຣະເຈົ້າ, ຢືນຢັນໂດຍສິ່ງມະຫັດສະຈັນ, ໂດຍພະຍານ, ໂດຍສາດສະດາ, ແລະ ໂດຍສຸລະສຽງຂອງພຣະຄຣິດເອງ. ໂຢຮັນສອນໂດຍການປຽບທຽບລະຫວ່າງຄວາມສະຫວ່າງ ແລະ ຄວາມມືດ, ຄວາມຈິງ ແລະ ຄວາມຜິດ, ຄວາມດີ ແລະ ຄວາມຊົ່ວ, ພຣະເຈົ້າ ແລະ ມານ. ບາງທີຄົງບໍ່ມີບັນທຶກອື່ນໃດທີ່ປະກາດເຖິງຄວາມສັກສິດຂອງພຣະເຢຊູ ແລະ ເຖິງຄວາມຂາດສັດທາຂອງຜູ້ປົກຄອງຊາວຢິວຢ່າງແຈ່ມແຈ້ງເໝືອນໜັງສືເຫລັ້ມນີ້.
ສ່ວນຫລາຍໂຢຮັນໄດ້ຂຽນກ່ຽວກັບການປະຕິບັດສາດສະໜາກິດຂອງພຣະຄຣິດໃນຢູດາຍ, ໂດຍສະເພາະ ອາທິດສຸດທ້າຍຂອງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ, ໃນຂະນະທີ່ມັດທາຍ, ມາຣະໂກ, ແລະ ລູກາ ສ່ວນຫລາຍໄດ້ຂຽນກ່ຽວກັບການປະຕິບັດສາດສະໜາກິດຂອງພຣະອົງໃນຄາລີເລ. ຫລາຍສິ່ງຈາກພຣະກິດຕິຄຸນນີ້ ໄດ້ຖືກເຮັດໃຫ້ແຈ່ມແຈ້ງຂຶ້ນໂດຍການເປີດເຜີຍຍຸກສຸດທ້າຍ (ຄພ 7 ແລະ ຄພ 88:138–141).
ສຳລັບເຫດການຕ່າງໆໃນຊີວິດຂອງພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ບັນຍາຍໄວ້ໃນພຣະທຳໂຢຮັນ, ເບິ່ງ ຄວາມກົມກຽວຂອງພຣະກິດຕິຄຸນ ໃນພາກຫ້ອຍທ້າຍ.