ໂລບ, ຄວາມໂລບ ເບິ່ງ ອິດສາ ນຳອີກ ດັ່ງທີ່ໃຊ້ໃນພຣະຄຳພີ, ຄວາມໂລບຄືການອິດສາບາງຄົນ ຫລື ມີຄວາມປາດຖະໜາອັນແຮງກ້າສຳລັບບາງສິ່ງ. ຢ່າຢາກໄດ້ຂອງຄົນອື່ນ, ອພຍ 20:17 (ພບຍ 5:21; ມຊຢ 13:24; ຄພ 19:25). ຜູ້ກຽດຊັງການສໍ້ໂກງກໍປົກຄອງດົນນານໄດ້, ສພສ 28:16. ເມື່ອເຂົາຕ້ອງການໄຮ່ນາ ເຂົາກໍຍຶດເອົາໂລດ, ມກ 2:2. ຈົ່ງລະວັງຮັກສາຕົນໄວ້ໃຫ້ເວັ້ນຈາກຄວາມໂລບ, ລກ 12:15. ກົດບັນຍັດຫ້າມວ່າ ຢ່າໂລບ, ຣມ 7:7. ໃນຍຸກສຸດທ້າຍນັ້ນຄົນຈະເຫັນແກ່ເງິນຄຳ, 2 ຕມທ 3:1–2. ເມື່ອລາບານເຫັນຊັບສົມບັດຂອງພວກເຮົາ, ລາວຈຶ່ງມີຄວາມໂລບມາກຢາກໄດ້ມັນ, 1 ນຟ 3:25. ເຈົ້າຈະບໍ່ລັກໂລບຊັບສົມບັດຂອງເຈົ້າເອງ, ຄພ 19:26. ໃຫ້ເຊົາລັກໂລບ, ຄພ 88:123. ຢ່າໂລບເອົາສິ່ງທີ່ເປັນຂອງພີ່ນ້ອງຂອງພວກເຈົ້າ, ຄພ 136:20.