ສິ່ງ​ຊ່ວຍ​ສຶກ​ສາ
ອາຊາ


ອາຊາ

ໃນ​ພຣະ​ຄຳ​ພີ​ເດີມ, ກະສັດ​ອົງ​ທີ​ສາມ​ແຫ່ງ​ຢູ​ດາ. ພຣະ​ຄຳ​ພີ​ບັນ​ທຶກ​ວ່າ “ເພິ່ນ​ກໍ​ຍັງ​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຕະຫລອດ​ຊົ່ວ​ຊີ​ວິດ​ຂອງ​ເພິ່ນ” (1 ກສ 15:14). ໃນ​ສະ​ໄໝ​ການ​ປົກ​ຄອງ​ຂອງ​ເພິ່ນ, ເພິ່ນ​ໄດ້​ເຮັດ​ໃຫ້​ກອງ​ທັບ​ຂອງ​ເພິ່ນ​ມີ​ພະ​ລັງ​ຫລາຍ, ໄດ້​ໂຍນ​ແອກ​ຂອງ​ຊາວ​ເອທິ​ໂອເປຍ​ຖິ້ມ, ໄດ້​ກຳ​ຈັດ​ຮູບ​ບູຊາ​ທັງ​ໝົດ​ຖິ້ມ, ແລະ ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ເຮັດ​ພັນທະ​ສັນ​ຍາ​ທີ່​ຈະ​ສະແຫວງ​ຫາ​ພຣະ​ເຢ​ໂຮ​ວາ (1 ກສ 15–16; 2 ຂຄ 14–16). ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເພິ່ນ​ເປັນ​ພະ​ຍາດ​ທີ່​ຕີນ​ຂອງ​ເພິ່ນ, ເພິ່ນ​ບໍ່​ໄດ້​ສະແຫວງ​ຫາ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອເພິ່ນ ແລະ ໄດ້​ຕາຍ​ໄປ (1 ກສ 15:23–24; 2 ຂຄ 16:12–13).

ພິມ