ສິ່ງ​ຊ່ວຍ​ສຶກ​ສາ
ພິ​ທີ​ຕັດ


ພິ​ທີ​ຕັດ

ເຄື່ອງ​ໝາຍ​ຂອງ​ພັນທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ສຳ​ລັບ​ຜູ້​ຊາຍ​ຊາວ​ອິດສະ​ຣາເອນ​ໃນ​ຍຸກ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ (ປຖກ 17:10–11, 23–27; ປຈສ, ປຖກ 17:11 [ພາກ​ຫ້ອຍ​ທ້າຍ]). ພິ​ທີ​ຕັດ​ໄດ້​ຖືກ​ປະ​ຕິ​ບັດ​ໂດຍ​ການ​ຕັດ “ໜັງ​ຫຸ້ມ​ປາຍ​ອະ​ໄວ​ຍະ​ວະ​ເພດ” ຂອງ​ເດັກ​ແດງ​ທາ​ລົກ​ຜູ້​ຊາຍ ແລະ ຜູ້​ຊາຍ​ຜູ້​ໃຫຍ່​ອອກ. ຜູ້​ທີ່​ໄດ້​ເຮັດ ຈະ​ຊື່ນ​ຊົມ​ກັບ​ສິດ​ທິ​ພິ​ເສດ ແລະ ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພັນທະ​ສັນ​ຍາ. ພິ​ທີ​ຕັດ​ທີ່​ເປັນ​ເຄື່ອງ​ໝາຍ​ຂອງ​ພັນທະ​ສັນ​ຍາ​ໄດ້​ຖືກ​ເຊົາ​ປະ​ຕິ​ບັດ​ກັນ​ເນື່ອງ​ດ້ວຍ​ພາ​ລະ​ກິດ​ຂອງ​ພຣະ​ຄຣິດ (ມຣນ 8:8; ຄພ 74:3–7).

ພິມ