ພຣະບັນຍັດສອງ
ໜັງສືເຫລັ້ມທີຫ້າໃນພຣະຄຳພີເດີມ.
ພຣະບັນຍັດສອງບັນຈຸຄຳປາໄສສາມບົດສຸດທ້າຍຂອງໂມເຊ, ຊຶ່ງເພິ່ນໄດ້ກ່າວຢູ່ໃນທົ່ງໂມອາບກ່ອນເພິ່ນໄດ້ປ່ຽນສະພາບຮ່າງກາຍ. ຄຳປາໄສບົດທຳອິດ (ບົດທີ 1–4) ແມ່ນຄຳແນະນຳ. ບົດທີສອງ (ບົດທີ 5–26) ມີຢູ່ດ້ວຍກັນສອງພາກ: (1) ບົດທີ 5–11—ພຣະບັນຍັດສິບປະການ ແລະ ຄຳອະທິບາຍກ່ຽວກັບກົດເຫລົ່ານັ້ນ; ແລະ (2) ບົດທີ 12–26—ຫລັກຂອງກົດ, ຊຶ່ງເປັນຈຸດໃຈກາງໃຫຍ່ຂອງໜັງສືທັງເຫລັ້ມ. ຄຳປາໄສບົດທີສາມ (ບົດທີ 27–30) ບັນຈຸການຕໍ່ພັນທະສັນຍາທີ່ສັກສິດລະຫວ່າງຊາວອິດສະຣາເອນ ແລະ ພຣະເຈົ້າ ແລະ ການປະກາດພອນທີ່ມາເຖິງເມື່ອເຊື່ອຟັງ ແລະ ຄຳສາບແຊ່ງທີ່ມາເຖິງເມື່ອບໍ່ເຊື່ອຟັງ. ບົດທີ 31–34 ບັນຍາຍເຖິງການນຳກົດໄປໃຫ້ຊາວເລວີ, ເພງຂອງໂມເຊ ແລະ ພອນອັນສຸດທ້າຍ, ແລະ ການຈາກໄປຂອງໂມເຊ.