ສິ່ງ​ຊ່ວຍ​ສຶກ​ສາ
ເມຊາກ


ເມຊາກ

ໃນ​ພຣະ​ຄຳ​ພີ​ເດີມ, ຊັດຣາກ, ເມຊາກ, ແລະ ອາເບັດ​ເນໂກ ເປັນ​ຊາຍ​ໜຸ່ມ​ຊາວ​ອິດສະ​ຣາເອນ​ສາມ​ຄົນ, ຜູ້​ຊຶ່ງ​ພ້ອມ​ດ້ວຍ​ດາ​ນີ​ເອນ, ໄດ້​ຖືກ​ພາ​ໄປ​ຫາ​ວັງ​ຂອງ​ເນບູ​ກາດ​ເນັດ​ສາ, ກະສັດ​ແຫ່ງ​ບາ​ບີ​ໂລນ. ຊື່​ເຮັບເຣີ​ຂອງ​ເມຊາກ​ແມ່ນ ມີ​ຊາ​ເອນ. ຊາຍ​ໜຸ່ມ​ສີ່​ຄົນ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ເຮັດ​ໃຫ້​ຕົນ​ເອງ​ເສື່ອມ​ເສຍ​ໂດຍ​ການ​ກິນ​ຊີ້ນ ແລະ ດື່ມ​ເຫລົ້າ​ອະງຸ່ນ​ຂອງ​ກະສັດ (ດນອ 1). ຊັດຣາກ, ເມຊາກ, ແລະ ອາເບັດ​ເນໂກ ຖືກ​ກະສັດ​ສັ່ງ​ໃຫ້​ໂຍນ​ເຂົ້າ​ເຕົາ​ໄຟ​ຮ້ອນ ແຕ່​ພວກ​ເຂົາ​ໄດ້​ຖືກ​ຮັກ​ສາ​ໄວ້ (ດນອ 3).

ພິມ