ການສື່ສານດ້ວຍຄວາມຄາລະວະນຳພຣະເຈົ້າ ຊຶ່ງໃນລະຫວ່າງນັ້ນ ຜູ້ຄົນຈະຂອບພຣະໄທ ແລະ ທູນຂໍພອນ. ການອະທິຖານເປັນການກ່າວຕໍ່ພຣະບິດາເທິງສະຫວັນຂອງເຮົາ ໃນພຣະນາມຂອງພຣະເຢຊູຄຣິດ. ການອະທິຖານ ສາມາດກ່າວອອກສຽງ ຫລື ກ່າວຢູ່ໃນໃຈ. ຄວາມຄິດຂອງຜູ້ຄົນ ກໍສາມາດເປັນຄຳອະທິຖານໄດ້ ຖ້າຫາກມັນເຈາະຈົງໃສ່ພຣະເຈົ້າ. ເພງຂອງຄົນຊອບທຳກໍສາມາດເປັນການອະທິຖານເຖິງພຣະເຈົ້າໄດ້ (ຄພ 25:12).
ຈຸດປະສົງຂອງການອະທິຖານ ບໍ່ແມ່ນເພື່ອປ່ຽນພຣະປະສົງຂອງພຣະເຈົ້າ, ແຕ່ເພື່ອຮັບປະກັນຕົວເຮົາເອງ ແລະ ເພື່ອຄົນອື່ນ ໃນພອນຕ່າງໆທີ່ພຣະເຈົ້າເຕັມພຣະໄທທີ່ຈະປະທານໃຫ້, ແຕ່ເຮົາຕ້ອງທູນຂໍກ່ອນຈະໄດ້ຮັບມັນ.
ເຮົາອະທິຖານເຖິງພຣະບິດາໃນພຣະນາມຂອງພຣະຄຣິດ (ຢຮ 14:13–14; 16:23–24). ເຮົາສາມາດອະທິຖານໃນພຣະນາມຂອງພຣະຄຣິດແທ້ໆ ເມື່ອຄວາມປາດຖະໜາຂອງເຮົາ ເປັນຄວາມປາດຖະໜາຂອງພຣະຄຣິດ (ຢຮ 15:7; ຄພ 46:30). ແລ້ວເຮົາທູນຂໍສິ່ງທີ່ຖືກຕ້ອງ ແລະ ເປັນໄປໄດ້ສຳລັບພຣະເຈົ້າທີ່ຈະປະທານໃຫ້ (3 ນຟ 18:20). ຄຳອະທິຖານບາງຢ່າງອາດບໍ່ໄດ້ຮັບຄຳຕອບ ເພາະວ່າມັນບໍ່ເຂົ້າກັບພຣະປະສົງຂອງພຣະຄຣິດ, ແຕ່ເປັນຄວາມປາດຖະໜາທີ່ເຫັນແກ່ຕົວຂອງມະນຸດ (ຢກບ 4:3; ຄພ 46:9). ແນ່ນອນ, ຖ້າຫາກເຮົາທູນຂໍສິ່ງທີ່ບໍ່ຊອບທຳຈາກພຣະເຈົ້າ, ມັນຈະກາຍເປັນສິ່ງກ່າວໂທດເຮົາ (ຄພ 88:65).