ຖານະປະໂລຫິດແຫ່ງເມນຄີເສເດັກ
ຖານະປະໂລຫິດແຫ່ງເມນຄີເສເດັກ ເປັນຖານະປະໂລຫິດທີ່ສູງກວ່າ ຫລື ຍິ່ງໃຫຍ່ກວ່າ; ຖານະປະໂລຫິດແຫ່ງອາໂຣນ ເປັນຖານະປະໂລຫິດທີ່ຕ່ຳກວ່າ. ຖານະປະໂລຫິດແຫ່ງເມນຄີເສເດັກປະກອບດ້ວຍຂໍກະແຈ ແຫ່ງພອນທາງວິນຍານຂອງສາດສະໜາຈັກ. ຜ່ານພິທີການຕ່າງໆຂອງຖານະປະໂລຫິດທີ່ສູງກວ່າ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າໄດ້ຖືກສະແດງໃຫ້ປະຈັກແກ່ມະນຸດ (ຄພ 84:18–25; 107:18–21).
ທຳອິດ ພຣະເຈົ້າໄດ້ເປີດເຜີຍຖານະປະໂລຫິດທີ່ສູງກວ່ານີ້ແກ່ອາດາມ. ປິຕຸ ແລະ ສາດສະດາ ໃນທຸກຍຸກ ທຸກສະໄໝມີສິດອຳນາດນີ້ (ຄພ 84:6–17). ຕອນທຳອິດ ມັນຖືກເອີ້ນວ່າຖານະປະໂລຫິດທີ່ສັກສິດ, ຕາມລະບຽບຂອງພຣະບຸດຂອງພຣະເຈົ້າ. ຕໍ່ມາມັນຖືກຮູ້ຈັກກັນວ່າ ຖານະປະໂລຫິດແຫ່ງເມນຄີເສເດັກ (ຄພ 107:2–4).
ເມື່ອລູກຫລານຂອງອິດສະຣາເອນບໍ່ໄດ້ດຳລົງຊີວິດຕາມສິດທິພິເສດ ແລະ ພັນທະສັນຍາ ຂອງຖານະປະໂລຫິດແຫ່ງເມນຄີເສເດັກ, ພຣະຜູ້ເປັນເຈົ້າໄດ້ເອົາກົດທີ່ສູງກວ່າໄປຈາກພວກເຂົາ ແລະ ໄດ້ປະທານຖານະປະໂລຫິດ ແລະ ກົດທີ່ຕ່ຳກວ່າໃຫ້ແກ່ພວກເຂົາ (ຄພ 84:23–26). ທັງສອງເອີ້ນວ່າ ຖານະປະໂລຫິດແຫ່ງອາໂຣນ ແລະ ກົດຂອງໂມເຊ. ເມື່ອພຣະເຢຊູໄດ້ມາສູ່ໂລກ, ພຣະອົງໄດ້ນຳຖານະປະໂລຫິດແຫ່ງເມນຄີເສເດັກຄືນມາໃຫ້ຊາວຢິວ ແລະ ເລີ່ມຕົ້ນສ້າງຕັ້ງສາດສະໜາຈັກໃນບັນດາພວກເຂົາ. ເຖິງຢ່າງໃດກໍຕາມ, ຖານະປະໂລຫິດ ແລະ ສາດສະໜາຈັກ ໄດ້ສູນເສຍໄປອີກເພາະການປະຖິ້ມຄວາມເຊື່ອ. ຕໍ່ມາ ມັນໄດ້ຖືກຟື້ນຟູຄືນມາໃໝ່ຜ່ານໂຈເຊັບ ສະມິດ, ຜູ້ລູກ (ຄພ 27:12–13; 128:20; ຈສ—ປ 1:73).
ພາຍໃນຖານະປະໂລຫິດແຫ່ງເມນຄີເສເດັກນັ້ນມີ ຕຳແໜ່ງຂອງ ແອວເດີ, ມະຫາປະໂລຫິດ, ປິຕຸ, ສາວົກເຈັດສິບ, ແລະ ອັກຄະສາວົກ (ຄພ 107). ຖານະປະໂລຫິດແຫ່ງເມນຄີເສເດັກ ຈະເປັນພາກສ່ວນໜຶ່ງຂອງອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກສະເໝີໄປ.
ປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນປະທານຂອງຖານະປະໂລຫິດທີ່ສູງກວ່າ ຫລື ຖານະປະໂລຫິດແຫ່ງເມນຄີເສເດັກ, ແລະ ເພິ່ນມີຂໍກະແຈທັງໝົດທີ່ກ່ຽວຂ້ອງກັບອານາຈັກ ຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ. ຕຳແໜ່ງຂອງປະທານແມ່ນສຳລັບຄົນດຽວເທົ່ານັ້ນ, ແລະ ເພິ່ນເປັນພຽງຄົນດຽວຢູ່ໃນໂລກນີ້ ທີ່ໄດ້ຮັບສິດອຳນາດໃຫ້ໃຊ້ຂໍກະແຈທັງໝົດຂອງຖານະປະໂລຫິດ (ຄພ 107:64–67; 132:7).