ສິ່ງ​ຊ່ວຍ​ສຶກ​ສາ
ໂຮ​ເຊ​ອາ


ໂຮ​ເຊ​ອາ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ​ຜູ້​ໄດ້​ທຳ​ນາຍ​ໃນ​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດສະ​ຣາເອນ ໃນ​ໄລ​ຍະ​ການ​ປົກ​ຄອງ​ຕອນ​ທ້າຍ​ຂອງ​ເຢໂຣ​ໂບອາມ ອົງ​ທີ​ສອງ. ເພິ່ນ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວລາ​ທີ່​ປະເທດ​ຊາດ​ກຳ​ລັງ​ຊຸດ​ໂຊມ ແລະ ຫລົ້ມ​ຈົມ, ເນື່ອງ​ດ້ວຍ​ບາບ​ຂອງ​ຊາວ​ອິດສະ​ຣາເອນ.

ພຣະທຳ​ໂຮ​ເຊ​ອາ

ເນື້ອ​ຄວາມ​ຂອງ​ໜັງ​ສື​ເຫລັ້ມ​ນີ້​ແມ່ນ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ. ການ​ຕີ​ສອນ​ທັງ​ໝົດ​ຂອງ​ພຣະ​ອົງ​ແມ່ນ​ກະ​ທຳ​ໄປ​ດ້ວຍ​ຄວາມ​ຮັກ, ແລະ ການ​ນຳ​ຊາວ​ອິດສະ​ຣາເອນ​ກັບ​ຄືນ​ມາ​ເພາະ​ຄວາມ​ຮັກ​ຂອງ​ພຣະອົງ (ຮສອ 2:19; 14:4). ກົງ​ກັນ​ຂ້າມ, ໂຮ​ເຊ​ອາ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ເລ່​ຫລ່ຽມ ແລະ ຄວາມ​ບໍ່​ຊື່​ສັດ​ຂອງ​ຊາວ​ອິດສະ​ຣາເອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ເຈົ້າ​ຍັງ​ລໍ​ຄອຍ​ການ​ໄຖ່​ອິດສະ​ຣາເອນ​ເທື່ອ​ສຸດ​ທ້າຍ​ຢູ່ (ຮສອ 11:12–14:9).

ພິມ