ກາມມະລົມ ເບິ່ງ ການຕົກຂອງອາດາມ ແລະ ເອວາ; ຕັນຫາໜ້າມືດ, ຄວາມຕັນຫາໜ້າມືດ; ມະນຸດທີ່ມີຈິດໃຈທຳມະດາ ນຳອີກ ບາງສິ່ງທີ່ບໍ່ແມ່ນທາງວິນຍານ; ໂດຍສະເພາະແລ້ວ ຄຳນີ້ອາດຖືກໃຊ້ເພື່ອໝາຍເຖິງສິ່ງທີ່ເປັນມະຕະ ແລະ ທາງຝ່າຍໂລກ (ຄພ 67:10) ຫລື ທາງໂລກ, ທາງເນື້ອໜັງ, ແລະ ຕັນຫາໜ້າມືດ (ມຊຢ 16:10–12). ການມີຈິດໃຈທີ່ເຕັມໄປດ້ວຍຕັນຫາຄືຄວາມຕາຍ, 2 ນຟ 9:39. ມານກ່ອມມະນຸດໄປໃນຄວາມໝັ້ນຄົງທີ່ເຕັມໄປດ້ວຍກາມມະລົມ, 2 ນຟ 28:21. ພວກເຂົາເຫັນຕົວເອງຢູ່ໃນສະພາບແຫ່ງກາມມະລົມ, ມຊຢ 4:2. ຜູ້ໃດທີ່ຍັງຄົງຢູ່ໃນສະພາບແຫ່ງກາມມະລົມຂອງຕົນເອງ ຈະຍັງຄົງຢູ່ໃນສະພາບຕົກຕ່ຳຂອງຕົນ, ມຊຢ 16:5. ທຸກຜູ້ຄົນທັງປວງຕ້ອງເກີດຈາກພຣະເຈົ້າ, ປ່ຽນຈາກສະພາບແຫ່ງກາມມະລົມ ແລະ ຕົກຕ່ຳຂອງພວກເຂົາ, ມຊຢ 27:25. ມະນຸດຊາດກາຍເປັນຄົນມີກາມມະລົມ, ຕັນຫາໜ້າມືດ, ແລະ ຕ່ຳຊ້າ, ແອວ 42:10. ຜູ້ທີ່ເຮັດຕາມຄວາມປະສົງ ແລະ ຄວາມປາດຖະໜາອັນເປັນຕັນຫາຂອງຕົນ, ເຂົາຈະຕົກໄປ, ຄພ 3:4. ມະນຸດບໍ່ສາມາດເຫັນພຣະເຈົ້າດ້ວຍຈິດໃຈແຫ່ງກາມມະລົມ, ຄພ 67:10–12. ມະນຸດໄດ້ເລີ່ມມີກາມມະລົມ, ຕັນຫາໜ້າມືດ, ແລະ ຕ່ຳຊ້າ, ມຊ 5:13; 6:49.