ສິ່ງ​ຊ່ວຍ​ສຶກ​ສາ
ຣູ​ເບັນ


ຣູ​ເບັນ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ກົກ​ຂອງ​ຢາ​ໂຄບ​ນຳ​ນາງ​ເລ​ອາ (ປຖກ 29:32; 37:21–22, 29; 42:22, 37). ເຖິງ​ແມ່ນ​ວ່າ​ຣູ​ເບັນ​ເປັນ​ລູກ​ກົກ, ແຕ່​ລາວ​ໄດ້​ເສຍ​ສິດ​ທິ​ຂອງ​ອ້າຍ​ກົກ​ໄປ ເພາະ​ການ​ບາບ (ປຖກ 35:22; 49:3–4).

ເຜົ່າ​ຂອງ​ຣູ​ເບັນ

ພອນ​ຂອງ​ຢາ​ໂຄບ​ທີ່​ມອບ​ໃຫ້​ແກ່​ຣູ​ເບັນ ມີ​ຢູ່​ໃນ ປະ​ຖົມ​ມະ​ການ 49:3 ແລະ ພຣະ​ບັນ​ຍັດ​ສອງ 33:6. ຈຳ​ນວນ​ຄົນ​ໃນ​ເຜົ່າ​ນັບ​ມື້​ນັບ​ຫລຸດ​ໜ້ອຍ​ຖອຍ​ລົງ, ແລະ ເຖິງ​ແມ່ນ​ເຜົ່າ​ນີ້​ຍັງ​ມີ​ຢູ່​ຕໍ່​ໄປ, ແຕ່​ມັນ​ກໍ​ບໍ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ທາງ​ການ​ເມືອງ. ສິດ​ທິ​ຂອງ​ອ້າຍ​ກົກ​ຂອງ​ຣູ​ເບັນ​ໄດ້​ຕົກ​ຢູ່​ທີ່​ໂຢ​ເຊັບ ແລະ ພວກ​ລູກ​ຊາຍ​ຂອງ​ລາວ ເພາະ​ວ່າ​ໂຢ​ເຊັບ​ໄດ້​ເປັນ​ລູກ​ກົກ​ຂອງ​ຢາ​ໂຄບ​ນຳ​ນາງ​ຣາ​ເຊັນ​ເມຍ​ຄົນ​ທີ​ສອງ (1 ຂຄ 5:1–2).

ພິມ