ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ວິຫານ​ເຄີດແລນ, ລັດ​ໂອ​ໄຮ​ໂອ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ)


ພຣະ​ວິຫານ​ເຄີດແລນ, ລັດ​ໂອ​ໄຮ​ໂອ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ)

ພຣະ​ວິຫານ​ແຫ່ງ​ທຳ​ອິດ​ທີ່​ສາດ​ສະ​ໜາ​ຈັກ​ໄດ້​ສ້າງ​ຂຶ້ນ​ໃນ​ສະ​ໄໝ​ປະ​ຈຸ​ບັນ. ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ມັນ​ຢູ່​ໃນ​ເມືອງ​ເຄີດແລນ, ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຄພ 94:3–9). ຈຸດ​ປະສົງ​ຢ່າງ​ໜຶ່ງ​ແມ່ນ​ເພື່ອ​ຈັດ​ຫາ​ສະຖານ​ທີ່​ໃຫ້​ສະມາ​ຊິກ​ທີ່​ມີ​ຄ່າ​ຄວນ​ຮັບ​ເອົາ​ອຳນາດ, ສິດ​ອຳນາດ, ແລະ ຄວາມ​ສະ​ຫວ່າງ​ທາງ​ວິນ​ຍານ (ຄພ 109–110). ມັນ​ໄດ້​ຖືກ​ອຸ​ທິດ ໃນ​ວັນທີ 27 ເດືອນ​ມີນາ; 1836; ຄຳ​ອະ​ທິ​ຖານ​ການ​ອຸ​ທິດ​ໄດ້​ຖືກ​ມອບ​ໃຫ້​ແກ່​ສາດ​ສະ​ດາ​ໂຈເຊັບ ສະມິດ ໂດຍ​ການ​ເປີດ​ເຜີຍ (ຄພ 109). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ການ​ເປີດ​ເຜີຍ​ທີ່​ສຳ​ຄັນ​ຫລາຍ​ຢ່າງ ແລະ ໄດ້​ນຳ​ຂໍ​ກະແຈ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ຟື້ນ​ຟູ​ໃຫ້ ຢູ່​ໃນ​ພຣະ​ວິຫານ​ແຫ່ງ​ນີ້​ແຫລະ (ຄພ 110; 137). ມັນ​ບໍ່​ໄດ້​ຖືກ​ໃຊ້​ສຳ​ລັບ​ພິ​ທີ​ການ​ທັງ​ໝົດ​ຂອງ​ພຣະ​ວິຫານ ທີ່​ມອບ​ໃຫ້​ໃນ​ພຣະ​ວິຫານ​ທຸກ​ວັນ​ນີ້.

ພິມ