ພຣະຄຣິສຕະທຳຄຳພີ
ການຂຽນທີ່ສະສົມໄວ້ຂອງຊາວເຮັບເຣີ ແລະ ຊາວຄຣິດສະຕຽນ ຊຶ່ງບັນຈຸການເປີດເຜີຍຈາກສະຫວັນ. ຄຳວ່າ ພຣະຄຣິສຕະທຳຄຳພີ ໝາຍເຖິງ “ໜັງສື.” ພຣະຄຣິສຕະທຳຄຳພີເປັນວຽກງານຂອງສາດສະດາ ແລະ ຜູ້ຂຽນຫລາຍທ່ານທີ່ໄດ້ຮັບການດົນໃຈ ຊຶ່ງກະທຳພາຍໃຕ້ອິດທິພົນຂອງພຣະວິນຍານທີ່ສັກສິດ (2 ປຕ 1:21).
ພຣະຄຣິສຕະທຳຄຳພີຂອງຊາວຄຣິດສະຕຽນມີຢູ່ສອງພາກ, ຮູ້ຈັກກັນດີວ່າພຣະຄຳພີເດີມ ແລະ ພຣະຄຳພີໃໝ່. ພຣະຄຳພີເດີມປະກອບດ້ວຍໜັງສືພຣະຄຳພີທີ່ໃຊ້ກັນໃນບັນດາຊາວຢິວຂອງຟີລິດສະຕິນ ລະຫວ່າງ ການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະຜູ້ເປັນເຈົ້າ. ພຣະຄຳພີໃໝ່ບັນຈຸການຂຽນໃນຍຸກສະໄໝຂອງອັກຄະສາວົກ ແລະ ຖືວ່າມີຄວາມສັກສິດ ແລະ ສິດອຳນາດດຽວກັນກັບພຣະຄຳພີຂອງຊາວຢິວ. ໜັງສືພາກຕ່າງໆຂອງພຣະຄຳພີເດີມໄດ້ເອົາມາຈາກວັນນະຄະດີຂອງຊາດ ຊຶ່ງຄວບຄຸມຫລາຍສັດຕະວັດ ແລະ ຖືກຂຽນໄວ້ໃນພາສາເຮັບເຣີເກືອບທັງໝົດ, ໃນຂະນະທີ່ໜັງສືພາກຕ່າງໆຂອງພຣະຄຳພີໃໝ່ເປັນວຽກງານຂອງຄົນລຸ້ນດຽວກັນ ແລະ ສ່ວນໃຫຍ່ໄດ້ຖືກຂຽນໄວ້ໃນພາສາກຣີກ.
ໃນພຣະຄຳພີເດີມ ຄຳວ່າ ພຣະຄຳພີ ໃນພາສາເຮັບເຣີແປວ່າ “ພັນທະສັນຍາ.” ພັນທະສັນຍາເດີມຄືກົດທີ່ໄດ້ປະທານໃຫ້ແກ່ໂມເຊ ເມື່ອຊາວອິດສະຣາເອນປະຕິເສດຄວາມສົມບູນແຫ່ງພຣະກິດຕິຄຸນ ຊຶ່ງຜູ້ຄົນຂອງພຣະເຈົ້າມີຢູ່ ຕັ້ງແຕ່ຕົ້ນຂອງຄວາມເປັນມະຕະ. ພັນທະສັນຍາໃໝ່ຄືພຣະກິດຕິຄຸນທີ່ພຣະເຢຊູຄຣິດໄດ້ສິດສອນໄວ້.
ໃນພຣະຄຣິສຕະທຳຄຳພີຂອງຊາວເຮັບເຣີ (ພຣະຄຳພີເດີມ) ໜັງສືຕ່າງໆໄດ້ຖືກແຍກອອກເປັນສາມໝວດ: ກົດ, ສາດສະດາ, ແລະ ການຂຽນ. ພຣະຄຣິສຕະທຳຄຳພີທີ່ໂລກຂອງຊາວຄຣິດສະຕຽນໃຊ້ ໄດ້ແຍກໜັງສືຕ່າງໆຕາມເນື້ອເລື່ອງ, ດັ່ງເຊັ່ນ ທາງປະຫວັດສາດ, ບົດກະວີ, ແລະ ການທຳນາຍ.
ໜັງສືຕ່າງໆຂອງພາກພຣະຄຳພີໃໝ່ ຖືກຮຽບຮຽງໄວ້ດັ່ງນີ້: ພຣະກິດຕິຄຸນສີ່ເຫລັ້ມ ແລະ ກິດຈະການ; ສານຂອງໂປໂລ; ສານທົ່ວໄປຂອງຢາໂກໂບ, ເປໂຕ, ໂຢຮັນ, ແລະ ຢູດາ; ແລະ ພຣະນິມິດຂອງໂຢຮັນ.
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຄາລະວະ ແລະ ນັບຖືພຣະຄຣິສຕະທຳຄຳພີ ແລະ ຢືນຢັນອີກວ່າ ພຣະຜູ້ເປັນເຈົ້າຍັງດຳເນີນການເປີດເຜີຍເພີ່ມເຕີມຜ່ານທາງສາດສະດາຂອງພຣະອົງ ໃນຍຸກສຸດທ້າຍ ຊຶ່ງສະໜັບສະໜູນ ແລະ ຢືນຢັນຄວາມຖືກຕ້ອງຂອງເລື່ອງລາວໃນພຣະຄຣິສຕະທຳຄຳພີ ກ່ຽວກັບການຕິດຕໍ່ຂອງພຣະເຈົ້າກັບມະນຸດຊາດ.